Eurozoneຕົກລົງປ່ອຍເງິນ1ຕື້ເອີໂຣໃຫ້ເກຼກ

Eurozoneຕົກລົງປ່ອຍເງິນ1ຕື້ເອີໂຣໃຫ້ເກຼກ - ảnh 1
ພາບປະກອບ
(ຈາກ: Bloomberg)


(vovworld) – ທີ່​ກອງ​ປະຊຸມ​ຖື​ກດຳ​ເນີນ​​ໃນ​ວັນທີ 17/12 ຢູ່​ນະ​ຄອນ​ຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ​ລັດຖະມົນຕີ​ການ​ເງິນ​ບັນດາ​ປະ​ເທດ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຣລວມ (Eurogroup) ​ໄດ້​ຕົກລົງ​ປ່ອຍ​ຈຳນວນ​ເງິນ 1 ຕື້​ເອີ​ໂຣ ​ໃຫ້​ແກ່ ​ເກຼກ. ນີ້ແມ່ນບ້ວງເງິນໜູນຊ່ວຍທີ່ເຄີຍຖືກໂຈະໄວ້ໃນຫຼາຍເດືອນຜ່ານມາ ຍ້ອນ​ການເຈລະຈາຄັ້ງຕ່າງໆລະຫວ່າງ ເກຼກ ແລະ ເຈົ້າໜີ້ສາກົນເຊິ່ງລວມມີ ສະຫະພາບ ເອີລົບ (ອີຢູ), ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານສູນກາງ ເອີລົບ (ECB) ບໍ່​ບັນ​ລຸ​ໄດ້ໝາກຜົນ. ​ໃນ​ແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ປ່ອຍ​ບ້ວງເງິນ​ນີ້, ປະທານ Eurogroup ທ່ານ Jeroen Dijsselbloem ສະ​ແດງ​ຄວາມ​ເພິງພໍ​ໃຈ​ຍ້ອນ ​ເກຼກຕອບ​ສະໜອງ​ຄຳ​ຮຽກທັງ 4 ​ເຈົ້າ​ໜີ້​​ເຫຼົ່າ​ນັ້ນ​ຍົກ​ອອກ ​ແລະ ກໍ​ຕາມ​ທ່ານ Dijsselbloem ​ແລ້ວ, ​ເກຼກ ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ສຳຄັນ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ປະຕິ​ຮູບ​ລະບົບ​ບໍລິ​ຫານ​ແຫ່ງ​ລັດ, ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ຍຸບ​ເລີກ​ບໍລິສັດ​ແຫ່ງ​ລັດ 3 ​ແຫ່ງ​ເພື່ອ​ຫັນ​ເປັນ​ຫຸ້ນ​ສ່ວນ, ປ່ຽນ​ໃໝ່​ກົນ​ໄກ​ທະນາຍຄວາມ​ກໍ່​ຄືປັບປຸງ​ສະພາບ​ການ​ເງິນ​ຂອງ​ບໍລິ​ສັດ​ສະໜອງ​ນ້ຳ 2 ​ແຫ່ງ.

 

ຂ່າວ/ບົດ​ອື່ນ