EUສືບຕໍ່ໜູນຊ່ວຍນະໂຍບາຍຂະແໜງສາທາລະນະສຸກຫວຽດນາມ

EUສືບຕໍ່ໜູນຊ່ວຍນະໂຍບາຍຂະແໜງສາທາລະນະສຸກຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ດ້ວຍການ​ຊ່ວຍ​ເຫຼື​ອລວມ​​ມູນ​ຄ່າ​ 114 ລ້ານ​ເອີ​​ໂລ ຂອງ​ສະຫະພາບ​ເອີ​ລົບ (EU), ​ໂຄງການ​ໜູນ​ຊ່ວຍ​ນະ​​ໂຍບາຍ​ຂະ​ແໜງ​ສາທາລະນະ​ສຸກ​ຫວຽດນາມ ​ໄລຍະ 2 ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​​ໂດຍ​ສຸມ​ໃສ່​ໃຫ້​ບຸລິມະສິດ​ຢູ່ 10 ​ແຂວງ​​ເຂດພູ​ສູງ​ໃນ​ທົ່ວ​ປະ​ເທດ​. ​ໂຄງການ​ໜູນ​ຊ່ວຍ​ງົບ​ປະ​ມານ​ຂະ​ແໜງ​ສາທາລະນະ​ສຸກ​ໄລຍະ 1 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຮອບ​ເວລາ 4 ປີ (2010 - 2013) ດ້ວຍງົບປະມານ 39,5 ລ້ານ​ເອີ​ໂລ.

        ວັນ​ທີ 18/09 ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ “​ຜັນ​ຂະຫຍາຍ​ຄັ້ງ​ທີ 1 ​ໂຄງການ​ໜູນຊ່ວຍ​ງົບ​ປະ​ມານ​ຂະ​ແໜງ​ສາທາລະນະ​ສຸກຂອງ​ EU ​ໄລຍະ 2” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ່ີ​ກ່ຽວ​ຂ້ອງ ​ແລະ ບັນດາ​ອົງການຈັດ​ຕັ້ງ​ສາກົນ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ຟ້າ​ມ​ເລ​ຕ໋ວນ ​ໃຫ້​ຮູ້​ວ່າ, ​ໂຄງການໜູນຊ່ວຍ​ງົບ​ປະ​ມານ​ຂະ​ແໜງ​ສາທາລະນະ​ສຸກ​ເຊິ່ງ​ EU ຊ່ວຍ​ເຫຼືອໃຫ້​ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​​ເລື່ອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ບໍລິການ​ປະກັນ​ສຸຂະພາບ, ປັບ​ປຸງ​ກຳລັງ​ຄວາມ​ສາມາດ ​ແລະ ຄຸນ​ນະພາ​ບການ​ລິ​ການ​ດ້ານ​ສາທາລະນະ​ສຸກ, ໜູນ​ຊ່ວຍ​ສ້າງ​ນະ​ໂຍບາຍ ​ແລະ ​ແຜນການ​ຂະ​ແໜງ​ສາທາລະນະ​ສຸກ​ໃຫ້​ໄລຍະ 2016 – 2020.

ຂ່າວ/ບົດ​ອື່ນ