Fed ຮັກ​ສາອັດ​ຕາ​ດອກ​ເບ້ຍ​ເປັ​ນ​ປົກ​ກະ​ຕິ ແລະ ກ່າວ​ເຕືອນ ໄຟ​ເງິນ​ເຟີ້ ຍັງ​ຢູ່​ລະ​ດັບ​ສູງ

(VOVWORLD) - ທະນາຄານສູນກາງ ອາເມລິກາ ໄດ້ກ່າວເຕືອນວ່າ ໃນຊຸມເດືອນມໍ່ໆມານີ້ ອົງການນີ້ເຫັນໄດ້ວ່າ ເລື່ອງນຳໄພເງິນເຟີ້ຫຼຸດລົງເປົ້າໝາຍ 2% ບໍ່ມີຄວາມຄືບໜ້າຫຼາຍປານໃດ ແລະ ໄພເງິນເຟີ້ຍັງຢູ່ໃນລະດັບສູງ.

ວັນທີ 1 ພຶດສະພາ ຕາມເວລາທ້ອງຖິ່ນ, ພາຍຫຼັງກອງປະຊຸມນະໂຍບາຍປະຈຳໄຕມາດ, ທະນາຄານສູນກາງ ອາເມລິກາ - Fed ໄດ້ຕົກລົງ ຮັກສາອັດຕາດອກເບ້ຍ ຢູ່ລະດັບປັດຈຸບັນ. ໃນຖະແຫຼງການນະໂຍບາຍ, Fed ຍັງຮັກສາບັນດາປັດໄຈຫຼັກໃນການຕີລາຄາເສດຖະກິດ ແລະ ແນະນຳນະໂຍບາຍ. ເຖິງວ່າ ໄດ້ຕີລາຄາວ່າ ສະພາບການໄພເງິນເຟີ້ ໄດ້ຫຼຸດລົງໃນປີຜ່ານມາ ແລ້ວກໍ່ຕາມ ແຕ່ບັນດາຜູ້ວາງອອກນະໂຍບາຍ Fed ຖືວ່າ ການຫຼຸດອັດຕາ ດອກເບ້ຍ ຈະເໝາະສົມກໍ່ຕໍ່ເມື່ອ ເຫັນໄດ້ວ່າ ໄພເງິນເຟີ້ພວມຫຼຸດລົງຢ່າງແນ່ນອນ ໃນລະດັບເປົ້າໝາຍ 2%. ທະນາຄານສູນກາງ ອາເມລິກາ ໄດ້ກ່າວເຕືອນວ່າ ໃນຊຸມເດືອນມໍ່ໆມານີ້ ອົງການນີ້ເຫັນໄດ້ວ່າ ເລື່ອງນຳໄພເງິນເຟີ້ຫຼຸດລົງເປົ້າໝາຍ 2% ບໍ່ມີຄວາມຄືບໜ້າຫຼາຍປານໃດ ແລະ ໄພເງິນເຟີ້ຍັງຢູ່ໃນລະດັບສູງ. ເຖິງວ່າໃນຖະແຫຼງການກ່ອນນັ້ນ ເມື່ອເດືອນມີນາ, Fed ໄດ້ຕີລາຄາວ່າ ຄວາມສ່ຽງຕໍ່ ພື້ນຖານເສດຖະກິດ “ພວມຫັນປ່ຽນໄປຍັງສະພາບການສົມດຸນກ່ວາ” ແຕ່ໃນຖະແຫຼງການຄັ້ງຫຼ້າສຸດ, ອົງການນີ້ໄດ້ ພາດພິງ ວ່າ ວິວັດທະນາການນີ້ ອາດຈະຖືກຢຸດສະງັກ.

ຕອບກັບ

ຂ່າວ/ບົດ​ອື່ນ