Festival ດອກໄມ້ດ່າລາດ 2019

(VOVWORLD) - ຕອນຄ່ຳວັນທີ 23 ທັນວາ, ທີ່ສະໜາມຫລວງ ເລິມວຽນ (ນະຄອນ ດ່າລາດ, ແຂວງ ເລິມດົ່ງ) ໄດ້ດຳເນີນລາຍການ “ຄ່ຳຄືນງານບຸນຕາມຖະໜົນ” ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ ທີ່ມາຢ້ຽມຢາມນະຄອນ ດ່າລາດ ໃນຊຸມວັນດຳເນີນ Festival ດອກໄມ້ ດ່າລາດ.
Festival ດອກໄມ້ດ່າລາດ 2019 - ảnh 1 Festival ດອກໄມ້ດ່າລາດ 2019 (ພາບ: TTXVN)

        Festival ດອກໄມ້ ດ່າລາດ ປີນີ້ ໄດ້ດຶງດູດຄວາມສົນໃຈຂອງບັນດາຄະນະຜູ້ແທນສາກົນ ເຊິ່ງແມ່ນບັນດາວິສາຫະກິດ, ອົງການຈັດຕັ້ງ, ບຸກຄົນ, ນັກສິລະປະກອນ, ທ້ອງຖິ່ນຈາກບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ໄທ, ຈີນ…ໂດຍຕິດພັນກັບບັນດາລາຍການຄື: ການວາງສະແດງດອກໄມ້, ຕົ້ນໄມ້ປະດັບສາກົນ; ລາຍການພົວພັນແລກປ່ຽນວັດທະນະທຳສິລະປະ ຫວຽດນາມ - ສ.ເກົາຫຼີ ຕາມຫົວຂໍ້ “ດອກໄມ້ 4 ລະດູ”.

ຕອບກັບ

ຂ່າວ/ບົດ​ອື່ນ