Festival ເຂົ້າສານ ຫວຽດນາມ ຄັ້ງທີ 3 ຈະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດ

(VOVWORLD) - Festival ເຂົ້າສານແມ່ນການເຄື່ອນໄຫວໃຫຍ່ຂອງສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ບັນດາແຂວງ, ນະຄອນເພື່ອແນໃສ່ໜູນຊ່ວຍສູງສຸດໃຫ້ແກ່ຊາວກະສິກອນຈາກແນວພັນເຂົ້າ

Festival ເຂົ້າສານ ຫວຽດນາມ ຄັ້ງທີ 3 ຈັດຕັ້ງຢູ່ແຂວງ ລອງອານ ແຕ່ວັນທີ 18 – 24 ທັນວາດ້ວຍຫົວຂໍ້ວ່າ: “ກະສິກຳ, ຊາວກະສິກອນ, ຊົນນະບົດພັດທະນາແບບຍືນຍົງ”. Festival ເຂົ້າສານແມ່ນການເຄື່ອນໄຫວໃຫຍ່ຂອງສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ບັນດາແຂວງ, ນະຄອນເພື່ອແນໃສ່ໜູນຊ່ວຍສູງສຸດໃຫ້ແກ່ຊາວກະສິກອນຈາກແນວພັນເຂົ້າ, ເຕັກນິກການປູກຝັງ, ເຕັກໂນໂລຊີເກັບຮັກສາ, ການປຸງແຕ່ງ. ດ້ວຍຮ້ານວາງສະແດງແນະນຳຜະລິດຕະພັນ, ແນະນຳດ້ານເຕັກນິກກ່ວາ 1.000 ຮ້ານທີ່ Festival, ຊາວກະສິກອນ, ສະຫະກອນກະສິກຳ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍມີຫຼາຍກາລະໂອກາດສຳຜັດ, ຊອກຮູ້, ຮ່ວມມື.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວກ່ຽວກັບ Festival ເຂົ້າສານ ຫວຽດນາມ ຄັ້ງທີ 3 ໃນວັນທີ 6 ພະຈິກ, ທ່ານ ຟ້າມມີງຮູ່ງ, ຜູ້ຕາງໜ້າຂອງສູນກາງສະມາຄົມຊາວກະສິກອນ ຫວຽດນາມ ທາງພາກໃຕ້, ຮອງຫົວໜ້າຄະນະຈັດຕັ້ງ Festival ໃຫ້ຮູ້ວ່າ:

        “ທັງໝົດແມ່ນມຸ່ງໄປເຖິງຊາວກະສິກອນ ຫວຽດນາມ, ພິເສດແມ່ນຜູ້ປູກເຂົ້ານາທາມ- ເຊິ່ງເປັນປະເພດສິນຄ້າທີ່ເປັນມູນເຊື້ອແຕ່ປະສົບກັບຄວາມຫຍຸ້ງຍາກໃນໄລຍະຜ່ານມາ. ນີ້ແມ່ນບັນຫາສຳຄັນເຊິ່ງຄະນະຈັດຕັ້ງ, ສູນກາງສະມາຄົມຊາວກະສິກອນ, ກະຊວງກະສິກຳ, ຄະນະກຳມະການປະຊາຊົນແຂວງ ລອງອານ ພວມຄິດໄລ່ຊັ່ງຊາ ແລະ ຢາກແກ້ໄຂສ່ວນໃດສ່ວນໜຶ່ງໃນ Festival ຄັ້ງນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ