Festival ແຄນມົ້ງ 2023: ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ຊາວເຜົ່າ ຮ່າຢາງ

(VOVWORLD) - Festival ປີນີ້ແມ່ນເຫດການໃຫຍ່ ເຊີດຊູບັນດາຄຸນຄ່າສີສັນວັດທະນະທຳ, ເຂັ້ມຂຸ້ນໄປດ້ານລັກສະນະມະນຸດສະທຳອັນດີງາມທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າ
Festival ແຄນມົ້ງ 2023: ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ຊາວເຜົ່າ ຮ່າຢາງ - ảnh 1Festival ປີນີ້ແມ່ນເຫດການໃຫຍ່ ເຊີດຊູບັນດາຄຸນຄ່າສີສັນວັດທະນະທຳ
(ພາບ: dangcongsan.vn)

Festival ແຄນມົ້ງ ຮ່າຢາງ ແລະ ງານບຸນວັດທະນະທຳ ອາຫານການກິນພາກເໜືອ, ພາກກາງ ແລະ ພາກໃຕ້ ປີ 2023 ໄດ້ອັດລົງໃນວັນທີ 23 ເມສາ. ໂດຍຈັດຂຶ້ນແຕ່ວັນທີ 21-23 ເມສາ, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ມີຫຼາຍເນື້ອໃນພິເສດນັ້ນ, Festival ໄດ້ກາຍເປັນຈຸດພົ້ນເດັ່ນທາງດ້ານວັດທະນະທຳ, ທ່ອງທ່ຽວ ໄດ້ຮັບຄວາມຫວັງຈະສ້າງຂີດໝາຍຫຼາຍຢ່າງ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມແຂວງ ຮ່າຢາງ ເປັນຈຳນວນຫຼາຍ.

        Festival ປີນີ້ແມ່ນເຫດການໃຫຍ່ ເຊີດຊູບັນດາຄຸນຄ່າສີສັນວັດທະນະທຳ, ເຂັ້ມຂຸ້ນໄປດ້ານລັກສະນະມະນຸດສະທຳອັນດີງາມທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພ້ອມທັງເປັນແຫ່ງພົບປະແລກປ່ຽນບັນດາຈຸດຄວາມງາມດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະ ແລະ ໂຄສະນາບັນດາຜະລິດຕະພັນວັດທະນະທຳ ອາຫານການກິນທີ່ເປັນເອກະລັກສະເພາະຂອງແຂວງ ຮ່າຢາງ ກໍຄືບັນດາເຂດພາກໃນທົ່ວປະເທດ. ໃນຂອບເຂດເຫດການ, ບັນດານັກລິລະປິນຢູ່ຫຼາຍແຂວງ, ນະຄອນ ໄດ້ພົບປະ, ແບ່ງປັນບົດຮຽນໃນການຜະລິດ ແຄນ, ພ້ອມທັງສະແດງໃຫ້ເຫັນຄວາມສາມາດໃນການສະແດງ ແລະ ຮັບຟັງສຽງຂອງ ແຄນ. ອ້າຍ ຢ່າງອານັງ, ທິມແຄນ ຊາປາ, ແຂວງ ລາວກາວ, ແລະ ອ້າຍ ຢ່າງມີລຸ່ງ, ທິມແຄນເມືອງ ວິຊວຽນ, ແຂວງ ຮ່າຢາງ, ແບ່ງປັນວ່າ:

        “ນ້ອງຮູ້ສຶກມ່ວນ ແລະ ຕື່ນເຕັ້ນໃຈຍ້ອນເວທີສະແດງໃຫຍ່ຄືແນວນີ້. ນ້ອງພຽງແຕ່ປາດຖະໜາວ່າ ທຸກໆຄົນຈະຮູ້ຈັກເຖິງຊົນເຜົ່າ ແລະ ຮີດຄອງປະເພນີຂອງພວກນ້ອງຫຼາຍຂຶ້ນ”.

        “ໄດ້ມາແຫ່ງນີ້, ທັງເປັນການພົບປະແລກປ່ຽນ, ຮ່ຳຮຽນ ແລະ ກໍ່ແມ່ນການໂຄສະນາແຄນມົ້ງ ຮ່າຢາງ”.

        ດ້ວຍຫົວຂໍ້ວ່າ ສີສັນດອກໄມ້ເຂດພູພຽງຫີນ, ລາຍການສະແດງສິລະປະໃນຄ່ຳຄືນໄຂງານບຸນ ໄດ້ພັນລະນາຄືນການດຳລົງຊີວິດຂອງພໍ່ແມ່ບັນດາເຜົ່າຢູ່ເຂດພູພຽງຫີນ ດ້ວຍຈຸດເດັ່ນແມ່ນ ແຄນມົ້ງ ເຊິ່ງໄດ້ສ້າງຄວາມດຶງດູດໃຈຕໍ່ແຂກທ່ອງທ່ຽວ.

        “ຮ່າຢາງ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຂ້າພະເຂົ້າ. ຂ້າພະເຈົ້າປາດຖະໜາວ່າ ຮ່າຢາງ ຈະຈັດການສະແດງທີ່ໃຊ້ເຕັກນິກຫຼາຍຄືແນວນີ້ຕື່ມອີກ ເພື່ອໂຄສະນາບັນດາຈຸດທີ່ເປັນເອກະລັກສະເພາະຂອງ ຮ່າຢາງ”.

        “ຂ້າພະເຈົ້າມີຄວາມສຸກເມື່ອໄດ້ເຂົ້າຮ່ວມງານບຸນນີ້, ຍ້ອນວ່າ ງານບຸນໄດ້ຈັດຂຶ້ນປີໜຶ່ງພຽງແຕ່ເທື່ອໜຶ່ງ. ປະຈຸບັນ, ແຂວງ ຮ່າຢາງ ມີການປ່ຽນແປງໃໝ່ຫຼາຍຢ່າງ”.

        Festival ແຄນມົ້ງ ຮ່າຢາງ ໄດ້ຈັດຂຶ້ນເປັນຄັ້ງທຳອິດດ້ວຍຂອບຂະໜາດຂັ້ນແຂວງໃນປີ 2011. ສຳລັບພໍ່ແມ່ປະຊາຊົນຊາວເຜົ່າ ມົ້ງ ຢູ່ບັນດາເມືອງເຂດພູສູງຂອງແຂວງ ຮ່າຢາງ ແລ້ວ, ແຄນ ແມ່ນສັນຍາລັກທີ່ເປັນເອກະລັກສະເພາະ ຕິດພັນກັບຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງເຂົາເຈົ້າ. ປີ 2015, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງເອົາ ແຄນມົ້ງ ຂອງແຂວງ ຮ່າຢາງ      ແມ່ນມໍລະດົກບໍ່ເປັນວັດຖຸລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ