Fitch Solutions: ເສດຖະກິດຫວຽດນາມ ເຕີບໂຕສູງທີ່ສຸດໃນຮອບ 11 ປີ ຜ່ານມາ

(VOVWORLD) -ໃນປີີ 2018, ເສດຖະກິດຫວຽດນາມເຕີບໂຕ 7,1%

ຕາມການວິເຄາະເສດຖະກິດ ໂດຍ Fitch Solutions Macro Research ໄດ້ປະກາດໃນຫວ່າງມໍ່ໆມານີ້ວ່າ ໃນປີີ 2018, ເສດຖະກິດຫວຽດນາມເຕີບໂຕ 7,1%, ເຊິ່ງແມ່ນລະດັບເຕີບໂຕສູງສຸດໃນຮອບ 11 ປີ ຜ່ານມາ. ໃນນັ້ນ, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ໃນໄຕມາດ 4 ປີ 2018 ເຕີບໂຕ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໄປຄຽງຄູ່ກັນັ້ນ, Fitch Solutions ກໍຄາດຄະເນ GDP ຕົວຈິງ ຂອງຫວຽດນາມ ຈະເຕີບໂຕ 6,5% ໃນປີ 2019 ໃນສະພາບການເສດຖະກິດທົ່ວໂລກມີລະດັບການເຕີບໂຕຊ້າລົງ.

        Fitch Solutions ໃຫ້ຮູ້ວ່່າ ເສດຖະກິດກິດຫວຽດນາມໄດ້ຮັບຜົນປະໂຫຍດຈາກກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ທ່າເຕີບໂຕຂອງພື້ນຖານເສດຖະກິດໂລກ ໃນໄລຍະຜ່ານມາກ. ເຖິງຢ່າງໃດກໍຕາມ, ຫວຽດນາມ ຍາກທີ່ຈະຫຼີກລ້ຽງໄດ້ບັນດາຜົນກະທົບຈາກສະພາບການເສດຖະກິດໂລກເຕີບໂຕຊ້າລົງ ຍ້ອນລັດທິອາລັກຂາດ້ານການຄ້າພວມເພີ່ມຂຶ້ນ ແລະ ບັນດາເງື່ອນໄຂດ້ານການເງິນເຄັ່ງຄັດກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ