Fitch ຄາດຄະເນເສດຖະກິດຫວຽດນາມຈະບັນລຸລະດັບເຕີບໂຕສູງ

(VOVWORLD) -ວັນທີ 24 ພະຈິກ ຕາມບໍລິສັດຈັດອັນດັບ Fitch ແລ້ວ, ໃນຈຳນວນບັນດາປະເທດ ອາຊຽນ, ຫວຽດນາມ ຈະບັນລຸລະດັບເຕີບໂຕສູງ. 

ຫວຽດນາມ ຈະສ້າງຂີດໝາຍການເຕີບໂຕເສດຖະກິດ ຍ້ອນມີສະຖຽນລະພາບດ້ານການເມືອງ, ກິດຈະການປະຕິຮູບໄດ້ຮັບການຍູ້ແຮງ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດນັບມື້ນັບສະດວກ ແລະ ຂົງເຂດຜະລິດໄດ້ຊົມໃຊ້ຈາກບັນດາບໍລິສັດຫລາຍປະເທດດຳເນີນທຸລະກິດຢູ່ ຫວຽດນາມ ຍ້ອນລາຍຈ່າຍການຜະລິດຕ່ຳ.

ໃນພາກພື້ນ, Fitch ກໍ່ເນັ້ນຫນັກຢ່າງແຮງເຖິງແງ່ຫວັງດ້ານເສດຖະກິດຂອງບັນດາປະເທດ ອາຊຽນ ຈະດີງາມກວ່າໃນຊຸມປີຈະມາເຖິງ, ຍ້ອນມີການເຊື່ອມໂຍງເຂົ້າກັບພາກພື້ນນັບມື້ນັບໃຫຍ່, ເລື່ອງເຊື່ອມຕໍ່ພື້ນຖານໂຄງລ່າງດ້ານຄົມມະນາຄົມນັບມື້ນັບດີກວ່າ ແລະ ກິດຈະການປະຕິຮູບສືບຕໍ່ໄດ້ຮັບການປະຕິບັດ. 

ຕອບກັບ

ຂ່າວ/ບົດ​ອື່ນ