G20 ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ກ​ານ​ພັດ​ທະ​ນາ​ຂະ​ແໜງກະ​ສິ​ກຳ​ແບບ​ຍືນ​ຍົງ​

(VOVWORLD) -ບັນດາສະມາຊິກ G20 ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ການຄົ້ນຄວ້າປ່ຽນແປງໃໝ່, ໜູນຊ່ວຍການບຳລຸງສ້າງ, ຍົກສູງລະດັບຄວາມຮູ້, ສົ່ງເສີມການໝູນໃຊ້ເຕັກໂນໂລຢີ, ວິທີການປູກຝັງ, ລ້ຽງສັດໃຫ້ມີປະສິດທິຜົນ ແລະ ຍືນຍົງໃນຂະແໜງກະສິກຳ.
G20 ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ກ​ານ​ພັດ​ທະ​ນາ​ຂະ​ແໜງກະ​ສິ​ກຳ​ແບບ​ຍືນ​ຍົງ​ - ảnh 1ກອງປະຊຸມລັດຖະມົນຕີກະຊວງກະສິກຳ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (ພາບ:  flickr)

ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີກະຊວງກະສິກຳ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໄດ້ຮັບຮອງເອົາຖະແຫຼງການຮ່ວມ.

        ຖະແຫຼງການເນັ້ນໜັກວ່າ ການເຕີບໂຕແບບຍືນຍົງຈະບັນລຸໄດ້ໃນເມື່ອຕິດພັນກັບພື້ນຖານກະສິກຳທີ່ພັດທະນາຢ່າງປອດໃສເຂັ້ມແຂງກ່ຽວກັບດ້ານເສດຖະກິດ, ມີຄວາມສາມາດສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນ. ພ້ອມດຽວກັນນັ້ນ, ວິວັດການສ້າງ, ກຳນົດທິດບັນດານະໂຍບາຍ ກໍຕ້ອງຄິດໄລ່ເຖິງບົດບາດຫຼັກແຫຼ່ງຂອງຊາວໜຸ່ມ, ແມ່ຍິງ, ປະຊາຊົນປະເທດປະຈຳຖິ່ນ ແລະ ບັນດາປະຊາຄົມໃນທ້ອງຖິ່ນ. ບັນດາສະມາຊິກ G20 ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ການຄົ້ນຄວ້າປ່ຽນແປງໃໝ່, ໜູນຊ່ວຍການບຳລຸງສ້າງ, ຍົກສູງລະດັບຄວາມຮູ້, ສົ່ງເສີມການໝູນໃຊ້ເຕັກໂນໂລຢີ, ວິທີການປູກຝັງ, ລ້ຽງສັດໃຫ້ມີປະສິດທິຜົນ ແລະ ຍືນຍົງໃນຂະແໜງກະສິກຳ.

 

ຕອບກັບ

ຂ່າວ/ບົດ​ອື່ນ