G20 ເປັນຄັ້ງທຳອິດໄດ້ເຫັນດີເປັນເອກະພາບຕໍ່ຫຼັກການທີ່ສະຫງວນໃຫ້ AI

(VOVWORLD) - ໄປຄຽງຄູ່ກັບຜົນປະໂຫຍດອັນໃຫຍ່ຫລວງ ຊຶ່ງ AI ນຳມາໃຫ້ສັງຄົມນັ້ນ, ຈຳເປັນຕ້ອງຫຼີກລ້ຽງບັນດາຄວາມສ່ຽງທີ່ເປັນອັນຕະລາຍ ແລະ ກຳນົດວ່າ ຈະຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງຊາດຢ່າງເສລີ

ຕອນຄ່ຳວັນທີ 08 ມິຖຸນາ, ທີ່ນະຄອນ Tsukuba, ແຂວງ Ibaraki ຂອງ ຍີ່ປຸ່ນ, ກອງປະຊຸມລັດຖະມົນຕີເສດຖະກິດ, ດີຈີຕອນ ແລະ ການຄ້າກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໃນໂລກ (G20) ໄດ້ອອກຖະແຫຼງການຮ່ວມທີ່ເຫັນດີເປັນເອກະພາບການຮ່ວມມື “ການໝູນໃຊ້ພູມປັນຍາທຽມຢ່າງມີຄວາມຮັບຜິດຊອບ (AI)”. ນີ້ເປັນຄັ້ງທຳອິດ G20 ເຫັນດີເປັນເອກະພາບເມື່ອກ່ຽວກັບຫຼັກການທີ່ສະຫງວນໃຫ້ AI.

G20 ເປັນຄັ້ງທຳອິດໄດ້ເຫັນດີເປັນເອກະພາບຕໍ່ຫຼັກການທີ່ສະຫງວນໃຫ້ AI - ảnh 1G20 ເປັນຄັ້ງທຳອິດໄດ້ເຫັນດີເປັນເອກະພາບຕໍ່ຫຼັກການທີ່ສະຫງວນໃຫ້ AI (ພາບ: AFP/TTXVN)

        ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບຮັບຮູ້ວ່າ: ໄປຄຽງຄູ່ກັບຜົນປະໂຫຍດອັນໃຫຍ່ຫລວງ ຊຶ່ງ AI ນຳມາໃຫ້ສັງຄົມນັ້ນ, ຈຳເປັນຕ້ອງຫຼີກລ້ຽງບັນດາຄວາມສ່ຽງທີ່ເປັນອັນຕະລາຍ ແລະ ກຳນົດວ່າ ຈະຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງຊາດຢ່າງເສລີ; ບົນພື້ນຖານການສະເໜີຂອງ ຍີ່ປຸ່ນ, ກໍ່ສະເໜີຫຼັກການໜຶ່ງກ່ຽວກັບການສົ່ງຂໍ້ມູນ, ໃນນັ້ນ ຂໍ້ມູນຕ້ອງໄດ້ “ແລກປ່ຽນຢ່າງເສລີດ້ວຍຄວາມໄວ້ເນື້ອເຊື່ອໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ