G20 ເຫັນດີເປັນເອກະພາບຊຸກຍູ້ການປັບປຸງ WTO

(VOVWORLD) - ວັນທີ 14 ກັນຍາ, ບັນດາປະເທດສະມາຊິກກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຊຸກຍູ້ການປັບປຸງອົງການການຄ້າໂລກ (WTO)
G20 ເຫັນດີເປັນເອກະພາບຊຸກຍູ້ການປັບປຸງ WTO - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາກຊັງຕິນ Jorge Faurie  (ພາບ: infobae.com)

ໃນຂອບເຂດກອງປະຊຸມລັດຖະມົນຕີການຄ້າ ແລະ ການລົງທຶນຂອງກຸ່ມ ເຊິ່ງພວມດຳເນີນໄປຢູ່ນະຄອນ Mar del Plata ຂອງປະເທດ ອາກຊັງຕິນ. ກ່າວຄຳເຫັນໃນການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາກຊັງຕິນ Jorge Faurie ໃຫ້ຮູ້ວ່າ: ບັນດາປະເທດທັງໝົດໄດ້ເຫັນດີເປັນເອກະພາບວ່າ ບັນຫາສຳຄັນ ແລະ ຮີບດ່ວນທີ່ສຸດໃນປະຈຸບັນ ແມ່ນອງຊອກຫາມາດຕະການຊ່ວຍ WTO ອາດຈະຕອບສະໜອງໄດ້ດີກ່ວາຕໍ່ບັນດາສິ່ງທ້າທາຍ ເຊິ່ງການຄ້າພວມປະເຊີນໜ້າ. ທ່ານ Faurie ຢືນຢັນວ່າ ບັນດາຜູ້ແທນກໍ່ນຳສະເໜີທັດສະນະກ່ຽວກັບບັນດາປັດໄຈຈຳເປັນທີ່ສຸດສຳລັບການຄ້າສາກົນ ເພື່ອອາດຈະປະຕິບັດແຜນການປັບປຸງ, ບັນດາບັນຫາຫຍັງ ຄວນຕ້ອງປ່ຽນແປງໃໝ່ ແລະ ສິ່ງໃດຕ້ອງສືບຕໍ່ເສີມຂະຫຍາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ