G7 ຈະໂຮມປະຊຸມກ່ຽວກັບສະພາບການ ຢູແກຼນ ໃນອາທິດຫນ້າ

(VOVWORLD) -ປະຈຸບັນ ເຢຍລະມັນ ພວມເປັນປະທານໝູນວຽນຂອງ G7 ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ ໄດ້ກະກຽມການເຂົ້າຮ່ວມກອງປະຊຸມສຸດຍອດພິເສດຂອງ NATO
G7 ຈະໂຮມປະຊຸມກ່ຽວກັບສະພາບການ ຢູແກຼນ ໃນອາທິດຫນ້າ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ພາບ:AFP/TTXVN

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເຊື້ອເຊີນບັນດາການນຳຂອງ ກຸ່ມ G7 (ບັນດາປະເທດພັດທະນາແຖວຫນ້າຂອງໂລກ) ມາເຂົ້າຮ່ວມກອງປະຊຸມກ່ຽວກັບ ຢູແກຼນ ໃນຂອບເຂດກອງປະຊຸມສຸດຍອດ ສະຫະພາບເອີລົບ  ແລະ ອົງການ NATO ໃນອາທິດຫນ້າ. ກ່າວຄຳເຫັນກັບວົງການນັກຂ່າວໃນວັນທີ 18 ມີນາ, ທ່ານ Christiane Hoffmann ຮອງໂຄສົກຂອງລັດຖະບານ ເຢຍລະມັນ ໃຫ້ຮູ້ວ່າ: ບັນດາການເຈລະຈາ ຢູ່ ບຣຸກແຊນ ໃນວັນທີ 24 ມີນາ ຈະມາເຖິງ ຈະສຸມໃສ່ “ສະພາບການ ຢູ່ ຢູແກຼນ” ແລະ ຈະໄດ້ໂຮມເຂົ້າກັບກອງປະຊຸມສຸດຍອດ ຊຶ່ງໄດ້ວາງແຜນກ່ອນນັ້ນ.

ປະຈຸບັນ ເຢຍລະມັນ ພວມເປັນປະທານໝູນວຽນຂອງ G7 ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ ໄດ້ກະກຽມການເຂົ້າຮ່ວມກອງປະຊຸມສຸດຍອດພິເສດຂອງ NATO. ບັນຫາປັບປຸງຄວາມສາມາດປ້ອງກັນຂອງ NATO ກໍ່ຈະໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ