G7 ໃຫ້​ຄຳ​ໝັ້ນ​ສັນ​ຍາ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວນ 150 ລ້ານ ໂດ​ສ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ

(VOVWORLD) -ຕາມຖະແຫຼງການຮ່ວມ ໂດຍອັງກິດ - ປະທານໝູນວຽນ ກຸ່ມ G7 ປະກາດມາແລ້ວ, ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນກັນພະຍາດໂຄວິດ - 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ. 
G7 ໃຫ້​ຄຳ​ໝັ້ນ​ສັນ​ຍາ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວນ 150 ລ້ານ ໂດ​ສ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ - ảnh 1ວັກນຊິນພະຍາດໂຄວິດ - 19 ຂອງ Pfizer (ພາບ: AFP/TTXVN)

  ອະດີດການນຳໂລກ 100 ທ່ານ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໜູນຊ່ວຍຈຳນວນເງິນ 66 ຕື້ USD ໃຫ້ແກ່ໂຄງການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ບັນດາປະເທດທຸກຍາກ.

        ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງອະດີດການນຳໂລກ 100 ທ່ານ, ກ່ອນດຳເນີນກອງປະຊຸມສຸດຍອດ G7, ລັດຖະມົນຕີກະຊວງສາທາລະນະສຸກ G7 ຢັ້ງຢືນວ່າ ຈະສະໜັບສະໜູນແນວຄວາມຄິດໜູນຊ່ວຍດ້ານການເງິນ ຜ່ານການແບ່ງປັນວັກຊິນໃຫ້ແກ່ບັນດາປະເທດທຸກຍາກ. ຕາມຖະແຫຼງການຮ່ວມ ໂດຍອັງກິດ - ປະທານໝູນວຽນ ກຸ່ມ G7 ປະກາດມາແລ້ວ, ບັນດາປະເທດ G7 ໃຫ້ຄຳໝັ້ນສັນຍາສະໜັບສະໜູນຕໍ່ການແບ່ງປັນວັກຊິນກັນພະຍາດໂຄວິດ - 19 ທີ່ປອດໄພ ແລະ ມີຄຸນນະພາບ ຈຳນວນ 150 ລ້ານໂດສ ດ້ວຍລາຄາເໝາະສົມໃນຂອບເຂດທົ່ວໂລກ. ການແບ່ງປັນວັກຊິນກັບບັນດາປະເທດທຸກຍາກ ຈະໄດ້ຮັບການປະຕິບັດຜ່ານໂຄງການ COVAX.


ຕອບກັບ

ຂ່າວ/ບົດ​ອື່ນ