GDP ຫວຽດນາມເພີ່ມຂຶ້ນ 25,4%/ປີພາຍຫຼັງການຕີລາຄາຄືນ

(VOVWORLD) -   ຕາມຜົນການກວດກາຄືນຂອງກົມໃຫ່ຍສະຖິຕິຫວຽດນາມ, ເມື່ອຕີລາຄາຄືນຜົນສະເລ່ຍໄລຍະປີ 2010-2017 ຂອບຂະໜາດ GDP ໄດ້ເພີ່ມຂຶ້ນ 25,4%/ປີເມື່ອທຽບໃສ່ຕົວເລກທີ່ໄດ້ປະກາດ. 

     ຂອບຂະໜາດ GDP ມີການປ່ຽນແປງໄດ້ເຮັດໃຫ້ບັນດາຄາດໝາຍເສດຖະກິດສັງລວມທີ່ກ່ຽວຂອ້ງກໍ່ມີການປ່ຽນແປງແລະໄດ້ສົ່ງຜົນກະທົບເຖິງບັນດາຄາດໝາຍເສດຖະກິດມະຫາພາກຂອງພື້ນຖານເສດຖະກິດ.

ການກວດກາ,ຕີລາຄາຄືນຂອບຂະໜາດ GDP ໄດ້ອີງໃສ່ວິທີວິພາກທີ່ອົງການສະຖິຕິສະຫະປະຊາຊາດສະເໜີແນະ, ເຊິ່ງເລີ່ມແຕ່ມີແຫຼ່ງຂໍ້ມູນທີ່ສ່ອງແສງເຖິງໝາກຜົນການຜະລິດດຳເນີນທຸລະກິດຂອງພຶ້ນຖານເສດຖະກິດຢ່າງຄົບຖ້ວນ, ລ້ວນແຕ່ບໍ່ມີການປ່ຽນແປງກ່ຽວກັບຫຼັກການຄິດໄລ່. ການປ່ຽນແປງສາມາດຊີ້ໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການເປີດກ້ວາງການເກັບງົບປະມານແລະພາສີ-ອາກອນ, ກໍ່ຄືກັບລາຍຈ່າຍແລະການກູ້ຢືມຂອງລັດຖະບານ. ໃນເວລາດຽວກັນ, ກໍ່ໄດ້ເຮັດໃຫ້ເພີ່ມການປະກອບສ່ວນຂອງຫວຽດນາມໃຫ້ແກ່ບັນດາອົງການຈັດຕັ້ງສາກົນເຊິ່ງປັດຈຸບັນຫວຽດນາມກຳລັງເປັນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ