Houthi ກະ​ກ​ຽມ​ການ​ບຸກ​ໂຈມ​ຕີ​ຄັ້ງ​ທີ 4 ເລັ່ງ​ໃສ່​ບັນ​ດາ​ກຳ​ປັ່ນ​ຢູ່​ທະ​ເລ​ແດງ

(VOVWORLD) -  ທ່ານ Abdul Malik Al-Houthi ຜູ້ນຳໜ້າຂະບວນການ Houthi ໃຫ້ຮູ້ວ່າ Houthi ພວມກະກຽມໃຫ້ແກ່ບັນດາການບຸກໂຈມຕີເລັ່ງໃສ່ກຳປັ່ນການຄ້າ ຢູ່ທະເລແດງ ຖ້າຫາກວ່າ ອິດສະລາແອັນ ແລະ ອາເມລິກາ ບໍ່ຢຸດຕິສົງຄາມຢູ່ ເຂດກາຊາ
Houthi ກະ​ກ​ຽມ​ການ​ບຸກ​ໂຈມ​ຕີ​ຄັ້ງ​ທີ 4 ເລັ່ງ​ໃສ່​ບັນ​ດາ​ກຳ​ປັ່ນ​ຢູ່​ທະ​ເລ​ແດງ - ảnh 1ກຳປັ່ນລຳລຽງສິນຄ້າ ຖືກກຳລັງ Houthi ບຸກໂຈມຕີ ຢູ່ທະເລ (ພາບ: IRNA/TTXVN)

ວັນທີ 2 ພຶດສະພາ, ໃນບົດກ່າວປາໄສ ໃນຊ່ອງໂທລະພາບ ທ່ານ Abdul Malik Al-Houthi ຜູ້ນຳໜ້າຂະບວນການ Houthi ໃຫ້ຮູ້ວ່າ Houthi ພວມກະກຽມໃຫ້ແກ່ບັນດາການບຸກໂຈມຕີເລັ່ງໃສ່ກຳປັ່ນການຄ້າ ຢູ່ທະເລແດງ ຖ້າຫາກວ່າ ອິດສະລາແອັນ ແລະ ອາເມລິກາ ບໍ່ຢຸດຕິສົງຄາມຢູ່ ເຂດກາຊາ ແລະ ບໍ່ຢຸດຕິການບຸກໂຈມຕີເລັ່ງໃສ່ບັນດາເປົ້າໝາຍຢູ່ ເຢແມນ. ທ່ານ Al-Houthi ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວ ໃນວັນດຽວກັນ ພາຍຫລັງບັນດາພາຫະນະ ສື່ມວນຊົນຂອງກຳລັງ Houthi ໃຫ້ຮູ້ວ່າ ອາເມລິກາ ແລະ ອັງກິດໄດ້ປະຕິບັດ ການບຸກໂຈມຕີທາງອາກາດ 5 ຄັ້ງເລັ່ງໃສ່ສະໜາມບິນ Hodeidah ຢູ່ນະຄອນ Hodeidah. ກ່ອນໜ້ານັ້ນ ວັນທີ 30 ເມສາ, ອາເມລິກາໄດ້ ປະຕິບັດການບຸກໂຈມຕີອື່ນ ເລັ່ງໃສ່ທ່າກຳປັ່ນ Al-Saleef ຢູ່ນະຄອນ Hodeidah, ພາຍຫລັງ ກອງບັນຊາການ ສູນກາງ ອາເມລິກາ  ປະກາດວ່າ ກອງທັບອາເມລິກາ ໄດ້ສະກັດກັ້ນ ການບຸກໂຈມຕີດ້ວຍ ເຮືອບໍ່ມີຄົນບັນຊາຂອງ Houthi ໃນວັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ