HSBC: ປີ​ມະ​ໂລງ ໄດ້​ຮັບຄວາມຄາດ​ຫວັງວ່າ ຫວຽດ​ນາມ ຈະ ມີ ແງ່​ຫວັງ​ດີຫຼາຍ​ຢ່າງ

(VOVWORLD) -  “ລະດູໜາວຜ່ານພົ້ນໄປ, ລະດູບານໃໝ່ກໍ່ຈະວຽນມາ” ນີ້ແມ່ນຫົວຂໍ້ບົດລາຍງານ  Vietnam At A Glance ໂດຍທະນາຄານ HSBC ປະກາດໃນວັນທີ 11 ມັງກອນ.
HSBC: ປີ​ມະ​ໂລງ ໄດ້​ຮັບຄວາມຄາດ​ຫວັງວ່າ ຫວຽດ​ນາມ ຈະ ມີ ແງ່​ຫວັງ​ດີຫຼາຍ​ຢ່າງ - ảnh 1ພາບປະກອບ: PV/Vietnam+

ໃນບົດລາຍງານ, ບັນດານັກຊ່ຽວຊານ HSBC ໄດ້ໃຫ້ຂໍ້ສັງເກດວ່າ ປີແມວ 2023 ບໍ່ແມ່ນປີທີ່ງາຍດາຍສຳລັບ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ສະພາບການປະສົບກັບຄວາມຫຍຸງຍາກນາໆປະການ, ຫວຽດນາມ ໄດ້ ສິ້ນສຸດປີ 2023 ລົງດ້ວຍຜົນງານທີ່ເປັນໜ້າຊື່ນຊົມ. GDP ໄຕມາດທີ IV/2023 ບັນລຸລະດັບເຕີບໂຕ 6,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022, ນຳການເຕີບໂຕທັງປີ 2023 ຂຶ້ນເຖິງ 5,1%. ໝາກຜົນນີ້ເໝາະສົມກັບການຄາດຄະເນ ໂດຍ HSBC ຍົກອອກມາແຕ່ເດືອນກໍລະກົດ 2023 ແມ່ນ 5% ແລະ ສູງກ່ວາຫຼາຍເມື່ອທຽບໃສ່ກັບລະດັບຄວາມຄາດຫວັງຂອງການຕະຫຼາດແມ່ນ 4,6%.

ຕາມ HSBC ແລ້ວ, ປີ 2024 ໄດ້ຮັບຄວາມຄາດຫວັງວ່າ ຫວຽດນາມ ຈະມີແຫ່ງຫວັງທີ່ດີຫຼາຍຢ່າງ. ປັດໄຈສຳຄັນທີ່ສຸດແມ່ນຄວາມສາມາດເພີ່ມເຕີມ ໃນຂະແໜງການຄ້າ ທີ່ມາຈາກບັນດາແຫຼ່ງທຶນ FDI ທີ່ເປັນປົກກະຕິ ໂດຍນຳມາເຊິ່ງຄວາມຫວັງໃຫ້ແກ່ຂົງເຂດພາຍນອກ ເມື່ອວົງເງິນການຄ້າປ່ຽນທິດ. ທັງຍອດ FDI ແລະ FDI ໃໝ່ໃນປີ 2023 ລ້ວນແຕ່ບັນລຸໄດ້ລະດັບສູງໃນປະຫວັດສາດ, ພິເສດແມ່ນ FDI ຕາມຮູບແບບລົງທຶນໃໝ່ໄດ້ເພີ່ມຂຶ້ນຢູ່ລະດັບສູງທີ່ສຸດໃນຮອບເວລາ 4 ປີທີ່ບັນລຸໄດ້, ປະມານ 5% GDP.

ຕອບກັບ

ຂ່າວ/ບົດ​ອື່ນ