IAEA ກຽມພ້ອມຕິດຕາມກວດກາໂຄງການນິວເຄຼຍຂອງ ສປປ ເກົາຫຼີ

(VOVWORLD) - IAEA “ພ້ອມແລ້ວທີ່ຈະຟື້ນຟູບັນດາການເຄື່ອນໄຫວຕິດຕາມກວດກາຢູ່ ສປປ ເກົາຫຼີ ໃນຂະນະທີ່ສະພາບແວດລ້ອມທາງດ້ານການເມືອງ

ທ່ານ Tero Varjoranta, ຮອງຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ອົງການນີ້ກຽມພ້ອມດຳເນີນການເຄື່ອນໄຫວຕິດຕາມກວດກາໂຄງການນິວເຄຼຍຂອງ ສປປ ເກົາຫຼີ. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືນະໂຍບາຍຂັ້ນສູງລະຫວ່າງ IAEA ແລະ ສ ເກົາຫຼີ ຢູ່ນະຄອນຫຼວງ ເຊີອູນ ໃນວັນທີ 21 ມີນາ, ທ່ານ Varjoranta ໃຫ້ຮູ້ວ່າ: IAEA “ພ້ອມແລ້ວທີ່ຈະຟື້ນຟູບັນດາການເຄື່ອນໄຫວຕິດຕາມກວດກາຢູ່ ສປປ ເກົາຫຼີ ໃນຂະນະທີ່ສະພາບແວດລ້ອມທາງດ້ານການເມືອງ, ບັນດາຂໍ້ຕົກລົງ ແລະ ສິດອຳນາດ…ທີ່ອະນຸຍາດໃຫ້” ແລະ ເຮັດທຸກສິ່ງທຸກຢ່າງເພື່ອຮັບປະກັນວ່າທຸກໆວຽກງານກ່ຽວຂ້ອງເຖິງ ສປປ ເກົາຫຼີ ຈະໄດ້ຮັບການດຳເນີນ, ແຕ່ກໍ່ຍອມຮັບວ່າວິວັດທະນາການນີ້ຈະບໍ່ງ່າຍດາຍ ແລະ ໄວວາ.

        ກ່ອນໜ້ານັ້ນ, ວັນທີ 11 ມີນາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ໂຕກຽວ ຈະສະເໜີອຸປະຖຳຊ່ວຍ IAEA ຕິດຕາມກວດກາ ບັນດາຮາກຖານນິວເຄຼຍຂອງ ສປປ ເກົາຫຼີ, ຖ້າຫາກວ່າ ພຽງຢາງ ຍອມຮັບການເຄື່ອນໄຫວຕິດຕາມກວດການີ້.

ຕອບກັບ

ຂ່າວ/ບົດ​ອື່ນ