IAEA: ຂໍ້ຕົກລົງນິວເຄຼຍອີຣານຖືກລົ້ມລະລາຍຈະແມ່ນຄວາມເສຍຫາຍຢ່າງໜັກໜ່ວງ

(VOVWORLD) -ວັນທີ 05 ມີນາ, ອົງການພະລັງງານປະລາມະນູສາກົນ (IAEA) ກ່າວເຕື່ອນວ່າ, ຂໍ້ຕົກລົງນິວເຄຼຍທີ່ໄດ້ຮັບການລົງນາມລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ລົ້ມລະລາຍຈະແມ່ນ

"ຄວາມເສຍຫາຍຢ່າງໜັກໜ່ວງ". ໃນບົດກ່າວປາໄສໄຂກອງປະຊຸມຄະນະຜູ້ອຳນວຍການ IAEA, ທ່ານຜູ້ອຳນວຍການໃຫຍ່ IAEA, Yukiya Amano ໄດ້ຢືນຢັນຄືນໃໝ່ວ່າ, ອີຣາມ ໄດ້ ແລະ ຍາມໃດກໍ່ສືບຕໍ່ເຄົາລົບການປະຕິບັດບັນດາຂໍ້ມາດຕາໃນຂໍ້ຕົກລົງນິວເຄຼຍເຊິ່ງໄດ້ຮັບການລົງນາມລະຫວ່າງປະເທດນີ້ ແລະ ກຸ່ມ P5+1 ເມື່ອປີ 2015, ຫຼື ເອີ້ນວ່າ ແຜນການກະທຳຮອບດ້ານລວມ (JCPOA). ຕາມທ່ານ Amano ແລ້ວ, ຂໍ້ຕົກລົງດັ່ງກ່າວໄດ້ຊີ້ໃຫ້ເຫັນຜົນສຳເລັດຂອງການເຄື່ອນໄຫວສຳຫຼວດກວດການິວເຄຼຍ. ສະນັ້ນ, ຖ້າຂໍ້ຕົກລົງຖືກລົ້ມລະລາຍຈະແມ່ນການປະລາໄຊຢ່າງໃຫຍ່ຫຼວງສຳລັບການສຳຫຼວດກວດກາດ້ານນິວເຄຼຍ ກໍ່ຄືທີ່ມີຕໍ່ລັດທິຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ