IAEA ມີຄວາມວິຕົກວັງວົນກ່ຽວກັບບັນຫານິວເຄຼຍຂອງ ສປປ ເກົາຫຼີ ແລະ ອີຣານ

(VOVWORLD) - IAEA ຢັ້ງຢືນເລື່ອງເປີດປະຕູສະຖານທີ່ທົດລອງນິວເຄຼຍຄືນໃໝ່ດັ່ງກ່າວ ອາດຈະກໍ່ໃຫ້ເກີດຄວາມວິຕົກວັງວົນຢ່າງເລິກເຊິ່ງ ແລະ ແມ່ນການກະທຳລະເມີດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ. ທ່ານຜູ້ອຳນວຍການໃຫຍ່ IAEA
IAEA ມີຄວາມວິຕົກວັງວົນກ່ຽວກັບບັນຫານິວເຄຼຍຂອງ ສປປ ເກົາຫຼີ ແລະ ອີຣານ - ảnh 1ສຳນັກງານຂອງອົງການພະລັງງານປະລະມານູສາກົນ (IAEA) (ພາບ:AFP/TTXVN)

ໃນບົດລາຍງານປະຈຳປີປະກາດເມື່ອວັນທີ 7 ກັນຍາ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ເລີ່ມເຄື່ອນໄຫວຂຸດດິນໃນເດືອນ ມີນາ ຢູ່ໃກ້ກັບອຸມົງເລກ 3 ຢູ່ສະຖານທີ່ທົດລອງ ນິວເຄຼຍ ໃກ້ກັບເຂດຕັ້ງຖິ່ນຖານຄົງທີ່ Punggye-ri. ນີ້ໄດ້ຮັບຖືວ່າແມ່ນການເຄື່ອນໄຫວເພື່ອກະກຽມເປີດທາງອຸມົງທົດລອງຄືນໃໝ່ ພາຍຫຼັງ ສປປ ເກົາຫຼີ ໄດ້ທຳລານສ່ວນໜຶ່ງໃນເດືອນ ພຶດສະພາ 2018. ຕາມ IAEA ແລ້ວ, ການເຄື່ອນໄຫວຂຸດດິນນີ້ອາດຈະສຳເລັດໃນເດືອນ ພຶດສະພາຜ່ານມາ.

        IAEA ຢັ້ງຢືນເລື່ອງເປີດປະຕູສະຖານທີ່ທົດລອງນິວເຄຼຍຄືນໃໝ່ດັ່ງກ່າວ ອາດຈະກໍ່ໃຫ້ເກີດຄວາມວິຕົກວັງວົນຢ່າງເລິກເຊິ່ງ ແລະ ແມ່ນການກະທຳລະເມີດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ. ທ່ານຜູ້ອຳນວຍການໃຫຍ່ IAEA, Rafael Grossi ຮຽກຮ້ອງໃຫ້ ສປປ ເກົາຫຼີປະຕິບັດຄວາມຮັບຜິດຊອບຂອງປະເທດນີ້ຕາມບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ, ຮ່ວມມືກັບ IAEA ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ພິເສດແມ່ນບັນດາບັນຫາເກີດຂຶ້ນນັບແຕ່ເມື່ອບັນດາຜູ້ສັງເກດການຂອງ IAEA ເດີນທາງອອກຈາກ ພຽງຢາງ ໃນປີ 2009.

        ກໍ່ໃນບົດລາຍງານສະບັບນີ້, IAEA ໃຫ້ຮູ້ວ່າ: ອີຣານ ສືບຕໍ່ໄດ້ເສີມທາດ urani ໃນລະດັບສູງກ່ວາຂໍ້ຕົກລົງນິວເຄຼຍທີ່ລົງນາມເມື່ອປີ 2015 ໄດ້ວາງອອກ, ດ້ວຍປະລິມານ urani ທີ່ສະສົມສູງທົບ 19 ເທົ່າເມື່ອທຽບໃສ່ລະດັບທີ່ໄດ້ກຳນົດໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ