IAEA: ອີຣານ ເສີມທາດ ຢູລານຽມ ຂຶ້ນລະດັບ 4,5%

(VOVWORLD) -ປັດຈຸບັນ, ສາງສະສົມທາດ ຢູລານຽມ ທີ່ ອີຣານ ເສີມແລ້ວນັ້ນ ແມ່ນຢູ່ໃນລະດັບ 213,5 kg, ສູງກວ່າ ເມື່ອທຽບໃສ່ລະດັບ 202,8 kg ທີ່ໄດ້ວາງອອກໃນຂໍ້ຕົກລົງ JCPOA ແລະ ສູງກວ່າເມື່ອທຽບໃສ່ຕົວເລກ 205 kg ທີ່ໄດ້ຢັ້ງຢືນເມື່ອວັນທີ 01 ກໍລະກົດ.

        ສໍານັກຂ່າວສານ Reuters ຂອງອັງກິດ ໄດ້ຄັດສະເໜີແຫຼ່ງຂ່າວ ໂດຍໃຫ້ຮູ້ວ່າ ໃນກອງປະຊຸມປິດທີ່ຈັດຂຶ້ນໃນວັນທີ 10 ກໍລະກົດນັ້ນ, ອົງການພະລັງງານປະລະມານູສາກົນ (IAEA)ໄດ້ແຈ້ງໃຫ້ບັນດາປະເທດສະມາຊິກຮັບຊາບວ່າ ອີຣານ ພວມເສີມທາດ ຢູລານຽມ ຂຶ້ນເຖິງລະດັບບໍລິສຸດ 4,5%, ສູງກວ່າລະດັບຈໍາກັດແມ່ນ 3,67% ເຊິ່ງ ເຕເຮຣານ ໄດ້ຕົກລົງເຫັນດີເປັນເອກະພາບກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດສະມາຊິກປະຈໍາສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ), ໃນຂໍ້ຕົກລົງນິວເຄຼຍປະຫວັດສາດ ທີ່ໄດ້ລົງນາມກັນເມື່ອປີ 2015 ເຊິ່ງມີຊື່ວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA).

        IAEA ຍັງໃຫ້ຮູ້ຕື່ມອີກວ່າ ປັດຈຸບັນ, ສາງສະສົມທາດ ຢູລານຽມ ທີ່ ອີຣານ ເສີມແລ້ວນັ້ນ ແມ່ນຢູ່ໃນລະດັບ 213,5 kg, ສູງກວ່າ ເມື່ອທຽບໃສ່ລະດັບ 202,8 kg ທີ່ໄດ້ວາງອອກໃນຂໍ້ຕົກລົງ JCPOA ແລະ ສູງກວ່າເມື່ອທຽບໃສ່ຕົວເລກ 205 kg ທີ່ໄດ້ຢັ້ງຢືນເມື່ອວັນທີ 01 ກໍລະກົດ.


ຕອບກັບ

ຂ່າວ/ບົດ​ອື່ນ