IAEA: ອີຣານຍັງຄົງປະຕິບັດຕາມບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 4 ມິຖຸນາ, ທ່ານ Yukiya Amano ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໄດ້ປະກາດວ່າ ອີຣານຍັງຄົງປະຕິບັດຕາມບັນດາຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ ນັບທັງເມື່ອອາເມລິກາຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.

IAEA: ອີຣານຍັງຄົງປະຕິບັດຕາມບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ - ảnh 1ທ່ານ Yukiya Amano ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA)

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ວຽນ ( ປະເທດໂອຕາລິດ), ທ່ານ Amano ໃຫ້ຮູ້ວ່າ IAEA ຍັງໄດ້ສຳຜັດກັບບັນດາຮາກຖານ ແລະ ສະຖານທີ່ທັງໝົດທີ່ມີສ່ວນກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ເຕເຮຣານ ເມື່ອຈຳເປັນ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຂອງປະເທດນີ້ກໍຖືວ່າ ອີຣານຍັງຄົງເພີ່ມທະວີບັນດາການຮ່ວມມື ກັບ IAEA ກວ່າອີກ.

        IAEA ແມ່ນອົງການຮັບຜິດຊອບການຕິດຕາມກວດກາເລື່ອງອີຣານຮັດແຄບໂຄງການນິວເຄຼຍຂອງປະເທດນີ້ ຕາມຄຳໝັ້ນສັນຍາໃນແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ເຊິ່ງໄດ້ລົງນາມໃນປີ 2015 ລະຫວ່າງອີຣານກັບກຸ່ມ P5+1 (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະເຢຍລະມັນ). ພາຍຫຼັງທ່ານປະທານາທິບໍດີອາເມລິກາ Donal Trump ມີແຈ້ງການຖອນຕົວອອກຈາກ JCPOA ວັນທີ 21 ພຶດສະພາຜ່ານມາ, IAEA ໄດ້ຢັ້ງຢືນຫຼາຍເທື່ອວ່າ ເຕເຮຣານ ຍັງຄົງປະຕິບັດຕາມບັນດາຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງ JCPOA ແລະສືບຕໍ່ຮ່ວມມືກັບອົງການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ