IMF ກ່າວເຕືອນການປະທະກັນດ້ານການຄ້ານາບຂູ່ເຖິງທ່າຟື້ນຟູເສດຖະກິດໂລກ

(VOVWORLD) - ເລື່ອງ ອາເມລິກາ, ຈີນ ແລະ ບັນດາປະເທດອື່ນໆບໍ່ຢຸດຕິການນາບຂູ່ຈັດວາງພາສີຈະ ບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງເຖິງຄວາມຕ້ອງການເທົ່ານັ້ນ ຫາກຍັງເຮັດໃຫ້ເພີ່ມຄວາມຂາດສະຖຽນລະພາບ ແລະ ກໍ່ຜົນເສຍຫາຍເຖິງການເຄື່ອນໄຫວລົງທຶນອີກດ້ວຍ.

 ໃນການປະທະກັນດ້ານການຄ້າຄັ້ງຕ່າງໆທີ່ພວມປີນຂັ້ນໄດ ແລະ ແກ່ຍາວນັ້ນ ໄດ້ມີໄພນາບຂູ່ເຖິງການຟື້ນຟູດ້ານເສດຖະກິດ ແລະ ເຮັດໃຫ້ແງ່ຫວັງແຫ່ງການເຕີບໂຕເສດຖະກິດ ກ່ຽວກັບໄລຍະກາງຫລຸດລົງ. ໃນບົດລາຍງານອັບເດດກ່ຽວກັບການຄາດຄະເນການເຕີບໂຕແງ່ຫວັງດ້ານເສດຖະກິດທົ່ວໂລກທີ່ປະກາດໃນວັນທີ 16 ກໍລະກົດ, ກອງທຶນເງິນຕາສາກົນ (IMF) ຖືວ່າ: ເລື່ອງ ອາເມລິກາ, ຈີນ ແລະ ບັນດາປະເທດອື່ນໆບໍ່ຢຸດຕິການນາບຂູ່ຈັດວາງພາສີຈະ ບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງເຖິງຄວາມຕ້ອງການເທົ່ານັ້ນ ຫາກຍັງເຮັດໃຫ້ເພີ່ມຄວາມຂາດສະຖຽນລະພາບ ແລະ ກໍ່ຜົນເສຍຫາຍເຖິງການເຄື່ອນໄຫວລົງທຶນອີກດ້ວຍ. ໃນຖະແຫຼງການໜຶ່ງ, ທ່ານ Maury Obstfeld, ຫົວໜ້າດ້ານເສດຖະກິດຂອງ IMF ໄດ້ໃຫ້ຂໍ້ສັງເກດວ່າ: ຖ້າຫາກວ່າບັນດາໄພນາບຂູ່ກ່ຽວກັບນະໂຍບາຍການເງິນທີ່ພວມປະກາດໃຊ້ປະກົດຜົນເປັນຈິງນັ້ນ ຈະພາໄປເຖິງຄວາມເຊື່ອໝັ້ນໃນການດຳເນີນທຸລະກິດຈະຫລຸດລົງ, ປະລິມານຂອງທົ່ວໂລກໃນປີ 2020 ອາດສາມາດຫລຸດລົງປະມານ 0,5% ເມື່ອທຽບໃສ່ການຄາດຄະເນໃນປະຈຸບັນ.

        ໃນບົດລາຍງານນີ້, IMF ບໍ່ປ່ຽນແປງຕາຕະລາງຄາດຄະເນການເຕີບໂຕທົ່ວໂລກຢູ່ໃນລະດັບ 3,9% ໃຫ້ໝົດທັງປີ 2018 ແລະ 2019 ເມື່ອທຽບໃສ່ການຄາດຄະເນຍົກອອກມາໃນເດືອນເມສາຜ່ານມາ. ຄາດຄະເນການເຕີບໂຕຂອງ ອາເມລິກາ ແລະ ຈີນ ບໍ່ມີການປ່ຽນແປງ, ຕາມນັ້ນແລ້ວ, ອາເມລິກາ ໄດ້ຄາດຄະເນການເຕີບໂຕຢູ່ໃນລະດັບ 2,9% ໃນປີ 2018 ແລະ 2,7% ປີ 2019 ໃນຂະນະທີ່ ຈີນ ແມ່ນ 6,6% ໃນປີ 2018 ແລະ 6,4% ໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ