IMF ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາ

(VOVWORLD) -ທ່ານ ຫງວຽນວັນບິ່ງ ເນັ້ນໜັກເຖິງບັນດາບຸລິມະສິດນະໂຍບາຍ ແລະ ເປົ້າໝາຍພັດທະນາເສດຖະກິດໃນໄລຍະຈະມາເຖິງຂອງຫວຽດນາມ ກ່ຽວກັບການສືບຕໍ່ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ມີລັກສະນະເປັນເຈົ້າຕົນເອງ ແລະ ກໍາລັງແກ້ງແຍ້ງຂອງພື້ນຖານເສດຖະກິດ

ຕອນບ່າຍວັນທີ 13 ທັນວາ, ຢູ່ສໍານັກງານສູນກາງພັກ, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Alex Mourmouras, ຫົວໜ້າຄະນະທາບທາມມາດຕາ 4, ກົມອາຊີ - ປາຊີຟິກ ຂອງ IMF, ເປັນຫົວໜ້າຄະນະ.

        ທ່ານ ຫງວຽນວັນບິ່ງ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນລະຫວ່າງຫວຽດນາມ ແລະ IMF ໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາການເຄື່ອນໄຫວໃຫ້ຄໍາປຶຶກສາດ້ານນະໂຍບາຍ ກ່ຽວກັບທະນາຄານ - ການເງິນ. ທ່ານ ຫງວຽນວັນບິ່ງ ເນັ້ນໜັກເຖິງບັນດາບຸລິມະສິດນະໂຍບາຍ ແລະ ເປົ້າໝາຍພັດທະນາເສດຖະກິດໃນໄລຍະຈະມາເຖິງຂອງຫວຽດນາມ ກ່ຽວກັບການສືບຕໍ່ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ມີລັກສະນະເປັນເຈົ້າຕົນເອງ ແລະ ກໍາລັງແກ້ງແຍ້ງຂອງພື້ນຖານເສດຖະກິດ; ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ; ພ້ອມທັງປາດຖະໜາວ່າ IMF ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ, ເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍ, ບໍາລຸງສ້າງ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍແກ່ຫວຽດນາມ ຫຼາຍກວ່າອີກ.

        ສ່ວນທ່ານ Alex Mourmouras ໄດ້ແລກປ່ຽນກ່ຽວກັບບາງການກະທົບຈາກການຂັດແຍ້ງກັນດ້ານການຄ້າທົ່ວໂລກ ແລະ ແງ່ຫວັງຂອງເສດຖະກິດໂລກ; ຕີລາຄາສູງບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ໃນການສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ໂດຍສະເພາະແມ່ນບັນດາການໃຫ້ບຸລິມະສິດ ແລະເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ; ຢັ້ງຢືນ IMF ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມໃນວິວັດການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ