IMFປາດຖະໜາເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບຫວຽດນາມ

IMFປາດຖະໜາເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ
ຕ້ອນ​ຮັບ​ທ່ານ​ນາງ Christine Lagarde
(ພາບ: VGP/NhatBac)

(vovworld) -  ຕອນ​ບ່າຍ​ວັນ​ທີ 16/03, ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Christine Lagarde ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​​ເງິນຕາສາກົນ (IMF) ທີ່ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ແນະນ​ຳ​ໂດຍສັງ​ເຂ​ບ ກ່ຽວ​ກັບສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ແລະ ​ໃຫ້​ຮູ້​ວ່າ ຫວຽດນາມ ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ທຸກ​ຂົງ​ເຂດ​ຕາມ​ທິດ​ນັບ​ມື້​ນັບ​ເປັນ​ປົກກະຕິ, ພັດທະນາ​ແບບ​ຍືນ​ຍົງ, ມີ​ປະສິດທິ​ຜົນ​ກ່ວາ. ປະຈຸ​ບັນ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າກັບເສດຖະກິດສາກົນ, ທ່ານ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ພ້ອມ​ກັບ​ການ​ຮ່ວມ​ມື, ການ​ໜູນ​ຊ່ວຍ​ຈາກ​ປະຊາ​ຄົມ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນມີ IMF, ຫວຽດນາມ ຈະ​ສືບ​ຕໍ່​ພັດທະນາ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ປະສົບ​ຜົນສຳ​ເລັດ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ປາດ​ຖະໜາຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ IMF ​ໃນ​ການ​ເຄື່ອນ​ໄຫວ​ຕີ​ລາຄາ ກໍ່​ຄືການສັງ​ເກດ​ກ່ຽວ​ກັບ​ສະພາບ​ການ ​ແລະ ທ່າ​ອ່ຽງ​ໃນ​ການພັດທະນາ​ເສດຖະກິດ​ມະຫາ​ພາກ, ຜ່ານ​ນັ້ນ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານການວາງ​ແຜນນະ​ໂຍບາຍ ກໍ່​ຄື​ປະ​ກອບ​ສ່ວນ​ຍົກ​ສູງ​ພາບ​ພົດ, ອິດທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ​ບົນ​ເວທີ​ສາກົນ.

        ສ່ວນ​ທ່າ​ນາງ Christine Lagarde ​ໃຫ້​ຮູ້​ວ່າ: ນອກຈາກ​ການ​ໜູນ​ຊ່ວຍ​ກ່ຽວ​ກັບ​ດ້ານ​ການ​ເງິນ​ແລ້ວ, IMF ພວມ​ມຸ່ງ​ໄປ​ເຖິງ​ການ​ໜູນ​ຊ່ວຍ​ໃຫ້​ແກ່ ຫວຽດນາມ ກ່ຽວ​ກັບ​ດ້ານ​ເຕັກນິກ ​ແລະ ກໍ່ສ້າງນຳ​ອີກ. ທ່ານ​ນາງ Christine Lagarde ກໍ່ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບັນດາ​ໝາກຜົນຂອງ​ການ​ພັດທະນາ​ເສດຖະກິດ - ສັງຄົມຢ່າງ​ຮອບດ້ານຊຶ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ທ່ານ​ນາງ Christine Lagarde ຢືນຢັນ​ວ່າ: IMF ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ​້ວາງ​ຂວາງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ, ​ເພື່ອໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນ​ດາ​ເປົ້າ​ໝາຍ​ພັດທະນາ.

 

ຂ່າວ/ບົດ​ອື່ນ