IMFອັງກິດພົ້ນຈາກອີຢູອາດຈະສ້າງຄວາມເສຍຫາຍຢ່າງໜັກໜ່ວງ

IMFອັງກິດພົ້ນຈາກອີຢູອາດຈະສ້າງຄວາມເສຍຫາຍຢ່າງໜັກໜ່ວງ - ảnh 1
ຜູ້ອຳນວຍການໃຫຍ່  IMF Christine Lagarde
 (ພາບ: THX/TTXVN)

(vovworld) - ​​ວັນ​ທີ 12/04, ກອງ​ທຶນ​​ສາກົນ (IMF) ກ່າວ​ເຕືອນ​ເລື່ອງ ອັງກິດ ພົ້ນ​ຈາ​ກ ສະຫະພາບ ​ເອີ​ລົບ (ອີ​ຢູ) ຫຼື ​ເອີ້ນ​ວ່າ “Brexit” ບໍ່​ພຽງ​ແຕ່​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງໃຫ້​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຜົນ​ກະທົບ​ຕໍ່​ພື້ນຖານ​ເສດຖະກິດ​ທົ່ວ​ໂລກອີກ​ດ້ວຍ. ​ໃນ​ບົດ​ລາຍ​ງານສະບັບ​ໃໝ່​ສຸດ​ກ່ຽວ​ກັບ “​ແງ່​ຫວັງ​ເສດຖະກິດ​ໂລກ” IMF ຕີ​ລາຄາ “Brexit” ຈະ​ເຮັດ​ໃຫ້​ບັນດາ​ການ​ພົວພັນ​ການ​ຄ້າຢຸດ​ສະ​ງັດ ​ແລະ ​ພາ​ໃຫ້ເກີດ “ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່” ​ໃຫ້​ທັງ ອັງກິດ ​ແລະ ພາກສ່ວນ​ທີ່ຍັງ​ເຫຼືອ​ຂອງ ​ເອີ​ລົບ. IMF ກໍ່​ຖື​ວ່າ ການລົງ​ປະຊາ​ມະຕິ ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເລືອກ​​ເອົາ​ເລື່ອງ ຈະ​ໃຫ້ ອັງກິດ ຢູ່​ຫຼື ພົ້ນ​ຈາກ ອີ​ຢູ ນັ້ນ  ​ໄດ້​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ​ບໍ່​ອຸ່ນ​ອຽນ​ໃຈ. ຕາມ IMF ​ແລ້ວ, ຖ້າວ່າ​ ໝາກຜົນ​ຂອງ​ການ​ລົງ​ປະຊາ​ມະຕິ​ໃຫ້ປະ​ເທດ ອັງກິດ ພົ້ນ​ຈາກ ອີ​ຢູ, ບັນດາ​ການ​ເຈລະຈາ ​ເພື່ອ​ແນ​ໃສ່​ບັນລຸບັນດາ​ຂໍ້​ຕົກລົງ​ພາຍຫລັງ “Brexit” ຈະ​ແກ່ຍາວ​ໄປ, ບໍ່ພຽງ​ແຕ່ມີ​ຜົ​ນກະທົບ​ຢ່າງ​ໜັກໜ່ວງ​ເຖິງຄວາມ​ໄວ​້ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ​ແລະ ວົງ​ການ​ລົງທຶນ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ເພີ່​ມຂຶ້ນ​ລັກສະນະຄວາມ​ສ່ຽງຂອງ​ຕະຫລາດ​ການ​ເງິນ.

ຂ່າວ/ບົດ​ອື່ນ