IMFອຸປະຖຳ10ລ້ານUSDໃຫ້Liberiaແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດEbola

IMFອຸປະຖຳ10ລ້ານUSDໃຫ້Liberiaແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດEbola - ảnh 1
(ພາບ​ປະ​ກອບ)

(vovworld) –​ ກອ​ງ​ທຶນ​ເງິນ​ຕາ​ສາ​ກົນ​ (IMF) ຕົກ​ລົງ​ອຸ​ປະ​ຖ​ຳ​ຈຳ​ນວນ​ເງິນກວ່າ 10 ລ້ານ USD ໃຫ​້ Liberia ເພື່ອ​ໃຫ້​ປະ​ເທດນ​ີ້ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍາດ Ebola ແລະ ຟື້ນ​ຟູ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ. ທ່ານ David Lipton, ຮອງ​ຜູ​້​ອຳນວຍ​ການ​ໃຫຍ່ IMF ໃຫ​້​ຮູ້​ວ່າ, ເຖິງວ່າ​ພະ​ຍາດ​ອັນ​ຕາ​ລາຍນ​ີ້​ໄດ້​ຮັບ​ການ​ຄວບ​ຄຸມຢູ່​ເຂດ​ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ ເວົ້າ​ລວ​ມ ແລະ ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກLiberia ເວົ້າ​ສະ​ເພາະ, ແຕ່​ Ebola ຍັງ​ສົ່ງ​ຜົນ​ສະ​ທ້ອນ​ພໍ​ສົມ​ຄວ​ນເຖິງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຊີ​ວິ​ດ​​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ນີ້ນັນ​ລ້ານ​ຄົນ. ແຕ່​ວ່າ, ທ່ານ Lipton ກໍ​ຕັກ​ເຕ​ື່ອນ​ວ່າ, ບັນ​ດາ​ລາຍ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຂອງ IMF ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ​ສາ​ກົນ​ອື່​ນ​ທີ່​ສ​ະ​ຫງວນ​ໃຫ້ Liberia ​ຍັງບໍ່​ທັນ​ມີ​ປະ​ສິດ​ຜົນ ຍ້ອນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະ​ຍາດ ແລະ ບັນ​ດາ​ມາດ​ຕະ​ການ​ການ​ເງິນ​ແຫ່ງ​ຊາດ​ຍັງ​ບໍ່​ເຖິງ​ຖອງ ແລະ ກ້າວ​ກ່າຍ​ກັນ.

ຂ່າວ/ບົດ​ອື່ນ