Interpol ໄດ້ອອກແຈ້ງການແດງ ຈັບຕົວຮອງປະທານາທິບໍດີອີຮັກ

Interpol ໄດ້ອອກແຈ້ງການແດງ ຈັບຕົວຮອງປະທານາທິບໍດີອີຮັກ - ảnh 1
( ພາບປະກອບ )

( vovworld ) –   ອົງການ​ຕຳຫຼວດ​ສາກົນ ( Interpol ) ວັນ​ທີ 8/5 ​ໄດ້​ອອກ “ ​ແຈ້ງ​ການແດງ ” ສາກົນ​ເພື່ອ​ຈັບ​ຕົວ​​ຮອງ​ປະທານາທິບໍດີ​ອີ​ຮັກ Tareq Al Hashemi ຢ່າງ​ຮີບ​ດ່ວນ ​ເພາະ​ສົງ​ໄສ​ວ່າ​ທ່ານ​ຜູ້ນີ້​ໄດ້​ຊີ້​ນຳ ​ແລະ ອຸປະຖຳ​​ໃຫ້​ການ​ປຸກ​​ໂຈມ​ຕີ​ກໍ່​ການ​ຮ້າຍ. ​ແຈ້ງ​ການ​ແດງ​ສຳລັບ​ທ່ານ Tareq Al Hashemi ​ແມ່ນ​ຄຳ​ກ່າວເຕືອນລະດັບ​ພາກ​ພື້ນ ​ແລະ ສາກົນ​ສຳລັບ 190 ປະ​ເທດ​ສະມາຊິກຂອງ Interpol.​ ແຈ້ງ​ການແດງແມ່ນ​ລະດັບ​ເຕືອນ​ໄພສູງ​ສຸດ, ​ຖືກຍົກ​ອອກ​ມາ​ພາຍຫຼັງອີ​ຮັກ ​ໄດ້ປະກາດ​ສຳ​ສັ່ງ​ຈັບ​ຕົວ​ທ່ານ​ຜູ້ນີ້.

ຂ່າວ/ບົດ​ອື່ນ