ISຖະແຫຼງຈະດຳເນີນບັນດາການບຸກໂຈມຕີນອງເລືອດແນໃສ່ກອງທັບYemen

ISຖະແຫຼງຈະດຳເນີນບັນດາການບຸກໂຈມຕີນອງເລືອດແນໃສ່ກອງທັບYemen - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) – ອົງ​ການຕິດ​ຕາມ​​ສະ​ເພາະ​ບັນ​ດາ​ແວັບ​ໄຊອິດ​ສະ​ລ​າມ (SITE) ທີ່ມີ​ສຳ​ນ​ັກ​ງານ​ຕັ້ງ​ຢ​ູ່​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ກຸ່ມ​ລັດ​ອິດ​ສະ​ລາມ (IS) ​ສ້້າງ​ຊື່​ເອງ ຖະ​ແຫຼງວ່າ, ວັນ​ທີ 20/11 ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​ທີ່​ຕັ້ງ​ຂອ​ງກອງ​ທັບ Yemen ຢ​ູ່​ທາງ​ພາກ​ໃຕ້​ປະ​ເທດນີ້, ກໍ​ຄວາມ​​ບາດ​ເຈັບ​ລົ້ມ​ຕ່າຍ​​ຢ່າງ​ໃຫ​ຍ່​ຫຼວງ. ໃນ​ຖະ​ແຫຼງ​​ການ​ໜຶ່ງເຊິ່ງ​ SITE ຄັດ​ສະ​ເໜີນັ້ນ, IS ຖ​ະ​ແຫຼງວ່າ ພົນ​ທະ​ຫານກອງ​ທັບ Yemen 50 ຄົນ​ຖືກ​ເສຍ​ຊີ​ວິດ ໃນ​ການ​ບຸ​ກ​ໂຈມ​ຕີ​ສະ​ຫຼະ​ຊີບ ແລະ ບັນ​ດາ​ການ​ປະ​ທ​ະ​ກັນ​ໂດຍ​ກຳ​ລັງ​​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ກໍ​ຂຶ້ນ​ຢູ່​ແຂວງ​ Hadramawt, ທາ​ງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ Yemen. ກ່ອນ​ໜ້ານັ້ນ, ກອງ​ທັບ Yemen ແຈ້ງວ່າ, ບັນ​ດາ​ພວກກໍ່​ກາ​ນ​ຮ້າຍ Al Qaeda ໄດ້ດຳ​ເນີນ​ການ​ບຸກ​ໂຈມ​ຕີນີ້ ​ຢູ່​ບັນ​ດາ​ຮາກ​ຖານ​ການ​ທະ​ຫານມໍ່​ກັບ​ເທດ​ສະ​ບານ​ເມືອງ Shibam, ເຮັດ​ໃຫ​້​ພົນ​ທະ​ຫານ 12 ຄົ​ນ​ເສ​ຍ​ຊີ​ວິດ, ໃນ​ຄະ​ນະ​ນັ້ນ​ພວກ​ຫົວ​ຮຸນ​ແຮງ 19 ຄົຍ​ຖືກ​ດັບ​ສູນ.

ຂ່າວ/ບົດ​ອື່ນ