ISວາງລະເບີດຢູ່ນະຄອນຫຼວງYemen,ຢ່າງໜ້ອຍສຸດມີ50ຄົນເສຍຊີວິດແລະຮັບບາດເຈັບ

ISວາງລະເບີດຢູ່ນະຄອນຫຼວງYemen,ຢ່າງໜ້ອຍສຸດມີ50ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ເຮືອນ​ຊານ​ຖືກ​ເປ​ເພ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ຂອງ IS
(ພາບ: AFP/TTXVN)

(vovworld) – ວັນ​ທີ 17/6, ກຸ່ມ​ທະ​ຫານ​ກະ​ບົດ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງຖະ​ແຫຼງ​ໄດ້​ດຳ​ເນີນ​ການ​ວາງ​ລະ​ເບີດ 5 ຄັ້ງ​ໃນ​ພາບດຽວ​​ໃສ່​ບັນ​ດາ​ໂບດ​ຂອງ​ຊາວ​ອິດ​ສະ​ລາມ​ນິ​ກາຍ ຊີ​ອະ ແລະ ບາງ​ຫ້ອງ​ການ​ຢູ່​ນະ​ຄອນຫຼ​ວງ Sanaa ຂອງ Yemen, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 31 ຄົນ​ເສຍ​ຊີ​ວິດ ແລະ ກ່​ວາ 20 ຄົນ​ຮັບ​ບາດ​ເຈັບ. ບັນ​ດາ​ຕົວ​ພະ​ຍານ​ໃຫ້​ຮູ້​ວ່າ: ລະ​ເບີດ​ຖືກວາງ​ຢູ່​ບ່ອນ​ເຂົ້​າ​ບັນ​ດາ​ໂບດ ແລະ ​ໄດ້​ລະ​ເບີດ​​ໃນ​ຂະ​ນະ​ທີ່​ມີຂຶ້ນ​ເມື່ອ​ຊາວ​ອິ​ດ​ສະ​ລາມ ​ເປັນ​ຈຳ​ນວນຫລວງຫຼາຍເຂົ້າ​ສວດ​ມົນ​​ກ່ອນ​ເດືອນ Ramadan. ໃນ​ຖະ​ແຫຼງ​ການ​ໜຶ່ງ​ທາງ ອິນ​ເຕີ​ເນັດ, IS ໄດ້​ຍອມ​ຮັບ​ຢືນ​ຢູ່​ເບື້ອງຫຼັ​ງບັນ​ດາ​ເຫດ​ການ​ວາງ​ລະ​ເບີດ ແລະ ເອີ້ນນີ້​ວ​່າ​​ແມ່ນການ​ກະ​ທ​ຳ​ໂຕ້​ຕອບ​ເລື່ອງ​ທະ​ຫານ​ກະ​ບົດ Houthi ຢູ່ Yemen ຍຶດ​ຄອງ​ນະ​ຄອ​ນຫຼວງ Sanaa ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ປະ​ເທດ​​ທີ່ມີ​ຊາວນິ​ກາຍ ຊັນ​ນີ ຈຳ​ນວນຫຼາຍດຳ​ລົງ​ຊີ​ວິດ​.

ຂ່າວ/ບົດ​ອື່ນ