ISເຂັ່ນຂ້າກ່ວາ40ຄົນຢູ່ອີຣັກ

ISເຂັ່ນຂ້າກ່ວາ40ຄົນຢູ່ອີຣັກ - ảnh 1
ກຳ​ລັງ IS
(ພາບ:AP)

(vovworld) – ຕາມ​ແຫຼ່ງ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ​ ແລ​້ວ, ວັນ​ທີ 17/2, ບັນ​ດາ​ທະ​ຫານ​ກະ​ບົດ​ລັດ​ອິດ​ສະ​ລາມ (IS) ຂ້າ​ໜານ​ໜາມ​ເອງ ໄດ້​ເຂັ່ນ​ຂ້າ​ກ່​ວາ 40 ຄົນ, ໃນ​ນັ້ນ​ມີຫຼາຍ​ຄົນ​ແມ່ນ​ພາ​ລະ​ກອນ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ຢູ່​ເທດ​ສະ​ບານ​ເມືອງ al – Baghdadi ຂຶ້ນ​ກັບ​ແຂ​ວງ Anbar, ທາງ​ທິດ​ຕາ​ເວັນ​ຕົກ ອີ​ຣັກ, ຫ່າງ​ຈາກ​ຖານ​ທີ່​ໝັ້ນ​ທັບ​ອາ​ກາດ​ມີ​ທະ​ຫານ ອາ​ເມ​ລິ​ກາ ຕັ້ງ​ທັບ​ປະ​ມານ 8 ກມ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ການ​ປະ​ທະ​ກັນ​ເກີດ​ຂຶ້ນຢູ່​ພາຍ​ໃນ ແລະ ໃກ້​ກັບ al – Baghdadi ຍັງ​ຄົງ​ເກີດ​ຂຶ້ນ​ນັບ​ແຕ່​ວັນ​ທີ 12/2 ເມື່ອ IS ບຸກ​ໂຈມ​ຕີ​ເທ​ດ​ສະ​ບານ​ເມືອງນີ້ ແລະ ຖານ​ທີ່​ໝັ້ນ​​ທັບ​ອາ​ກາດ Ain al – Asad, ບ່ອນ​ທີ່​ມີ​ທະ​ຫານ ອາ​ເມ​ລິ​ກາ ນັບ​ຮ້ອຍ​ຄົນ​ພວມ​ຕັ້ງ​ທັບ​ເພື່ອ​ຝຶກ​ອົບ​ຮົມ​ໃຫ້​ບັນ​ດາ​ທະ​ຫານ ອີ​ຣັກ ແລະ ກົກ​ເຫຼົ່າ​ຊາວ Sunni ຕໍ່​ສູ້​ຕ້ານ IS. ໃນ​ອາ​ທິດ​ກ່ອນ, IS ໄດ້​ປະ​ກາດ​​ເທບວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ ພວມ​ມັນ​ໄດ້​ເຂັ່ນ​ຂ້າ​ຕົວ​ປະ​ກັນ​ຊາວ ອີ​ຢິບ​ຢູ່ ລີ​ບີ 21 ຄົນ. ການ​ກະ​ທຳ​ນີ້​ສືບ​ຕໍ່​ເຮັດ​ໃຫ້​ກະແສ​ຟອງຄຽດ​ແຄ​້ນ​ໃນ​ທົ່​ວ​ໂລກ​ເພີ່ມ​ຂຶ້ນ.


ຂ່າວ/ບົດ​ອື່ນ