NATO ຂຶ້ນແຜນຈັດກອງປະຊຸມສະພາ NATO - ລັດ​ເຊຍ

(VOVWORLD) -ຄາດຄະເນວ່າ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergei Ryabkov ແລະ ບັນດາເຈົ້າໜ້າທີ່ຜູ້ອື່ນໆ ຈະເຂົ້າຮ່ວມກອງປະຊຸມຢູ່ Brussele, ພາຍຫຼັງພົບປະກັບ ທ່ານຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Wendy Sherman ຢູ່ ເຊີແນວ.



NATO ຂຶ້ນແຜນຈັດກອງປະຊຸມສະພາ NATO - ລັດ​ເຊຍ - ảnh 1ທ່ານ Jens Stoltenberg ເລຂາທິການໃຫ່ຍຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) (ພາບ: AFP/TTXVN)

ວັນທີ 04 ມັງກອນ, ເລຂາທິການໃຫ່ຍຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ທ່ານJens Stoltenberg ໄດ້ຂຶ້ນແຜນຈັດກອງປະຊຸມພິເສດລະຫວ່າງເອກອັກຄະລັດຖະທູດບັນດາປະເທດພັນທະມິດ ກັບເຈົ້າໜ້າທີ່ຂັ້ນສູງ ລັດເຊຍ ໃນອາທິດຈະມາເຖິງນີ້ ທີ່ກ່ຽວຂ້ອງກັບ Ukraine.

ຕາມນັ້ນແລ້ວ ວັນທີ 12 ມັງກອນ, ກອງປະຊຸມຂອງສະພາ ລັດເຊຍ-NATO ຈະດຳເນີນຢູ່  Brussele ປະເທດແບນຊິກ, ພາຍຫຼັງທີ່ ອາເມລິກາ ແລະ ລັດເຊຍ ມີການເຈລະຈາກ່ຽວກັບຄວາມໝັ້ນຄົງ ໃນວັນທີ 10 ມັງກອນ ຢູ່ ເຊີແນວ (ສະວິດ). ທ່ານ ນາງ Maria Zakharova, ໂຄສົກ ກະຊວງການຕ່າງປະເທດລັດເຊຍ, ກໍ່ໄດ້ຢັ້ງຢືນກ່ຽວກັບກອງປະຊຸມນີ້.

ຄາດຄະເນວ່າ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergei Ryabkov ແລະ ບັນດາເຈົ້າໜ້າທີ່ຜູ້ອື່ນໆ ຈະເຂົ້າຮ່ວມກອງປະຊຸມຢູ່ Brussele, ພາຍຫຼັງພົບປະກັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Wendy Sherman ຢູ່ ເຊີແນວ.

ວັນທີ 13 ມັງກອນ, ບັນດາກອງປະຊຸມເຈລະຈາຈະໄດ້ສືບຕໍ່ດຳເນີນຕາມຮູບການທີ່ເປີດກວ້າງກວ່າເກົ່າຂອງອົງການຄວາມໝັ້ນຄົງ ແລະ ການຮ່ວມມືເອືລົບ (OSCE) ລວມທັງ ອາເມລິກາ  ແລະ ບັນດາພັນທະມິດ NATO ກໍ່ຄື ລັດເຊຍ, Ukraine ແລະ ບັນດາປະອາດີດເທດທີ່ຂຶ້ນກັບສະຫະພາບໂຊວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ