NATO ຈະປຶກສາຫາລືເລື່ອງຮັບ ຊູແອດ ເປັນສະມາຊິກ ກ່ອນທີ່ຈັດກອງປະຊຸມສຸດຍອດໃນເດືອນ ກໍລະກົດ

(VOVWORLD) - ທ່ານເລຂາທິການໃຫຍ່ Jens Stoltenberg ໃຫ້ຮູ້ວ່າ ທ່ານ ໄດ້ໂອ້ລົມກັບທ່ານ ປະທານາທິບໍດີ ຕວກກີ Recep Tayyip Erdogan ແລະ “ເປັນເອກະພາບເລື່ອງໂຮມປະຊຸມຂັ້ນສູງ ຢູ່ ບຣຸກແຊນ, ປະເທດ ແບນຊິກ ກ່ອນທີ່ຈັດກອງປະຊຸມສຸດຍອດ ໃນເດືອນ ກໍລະກົດ”
NATO ຈະປຶກສາຫາລືເລື່ອງຮັບ ຊູແອດ ເປັນສະມາຊິກ ກ່ອນທີ່ຈັດກອງປະຊຸມສຸດຍອດໃນເດືອນ ກໍລະກົດ - ảnh 1ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO)
(ພາບ:AFP/TTXVN)

ວັນທີ 26 ມິຖຸນາ, ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໃຫ້ຮູ້ວ່າ: ອົງການນີ້ຈະຈັດບັນດາກອງປະຊຸມປຶກສາຫາລື ກ່ຽວກັບວິວັດການຮັບ ຊູແອດ ເປັນສະມາຊິກ ກ່ອນທີ່ຈັດກອງປະຊຸມສຸດຍອດ Vilnius (Litva) ເຊິ່ງຄາດວ່າ ຈັດຂຶ້ນໃນກາງເດືອນ ກໍລະກົດຈະມາເຖິງ. ທ່ານເລຂາທິການໃຫຍ່ Jens Stoltenberg ໃຫ້ຮູ້ວ່າ ທ່ານ ໄດ້ໂອ້ລົມກັບທ່ານ ປະທານາທິບໍດີ ຕວກກີ Recep Tayyip Erdogan ແລະ “ເປັນເອກະພາບເລື່ອງໂຮມປະຊຸມຂັ້ນສູງ ຢູ່ ບຣຸກແຊນ, ປະເທດ ແບນຊິກ ກ່ອນທີ່ຈັດກອງປະຊຸມສຸດຍອດ ໃນເດືອນ ກໍລະກົດ”. ຕາມນັ້ນແລ້ວ, ຜູ້ຕາງໜ້າຂອງ ຊູແອດ ແລະ ຕວກກີ ຈະເຂົ້າຮ່ວມກອງປະຊຸມນີ້. ຄາດວ່າ, ກອງປະຊຸມຈະມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ, ການນຳບັນດາອົງການສືບລາຊະການລັບ ແລະ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ, ໃນນັ້ນ ຈະປຶກສາຫາລືຄວາມມານະພະຍາຍາມປະຕິບັດສຳເລັດເອກະສານເຂົ້າເປັນສະມາຊິກຂອງ NATO ຂອງ ຊູແອດ.

        ຊູແອດ ແລະ ແຟງລັງ ໄດ້ຂໍເຂົ້າເປັນສະມາຊິກ NATO ໃນປີ 2022, ໃນຂະນະທີ່ ລັດເຊຍ ດຳເນີນບັ້ນຮົບການທະຫານຢູ່ ຢູແກຼນ ແຕ່ສຳເນົາເອກະສານຂອງສອງປະເທດນີ້ຕ້ອງໄດ້ຮັບຄວາມເຫັນດີຈາກ 30 ປະເທດສະມາຊິກ NATO. ມາຮອດປະຈຸບັນ, ແຟງລັງ ໄດ້ຮັບ ເຂົ້າເປັນສະມາຊິກ NATO ແລ້ວ, ໃນຂະນະທີ່ ຊູແອດ ຍັງຕ້ອງລໍຖ້າຄວາມເຫັນດີຈາກ ຕວກກີ ແລະ ຮູງກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ