NATO ດຳ​ເນີນ​ການຊ້ອມ​ຮົບ​ປ້ອງ​ກັນ​ອາ​ກາດ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ຢູ່ ເອີ​ລົບ

(VOVWORLD) - ການຊ້ອມຮົບລວມມີບັນດາເນື້ອໃນຊ້ອມສູ້ຮົບ ແລະ ຍຸດທະວິ, ສ່ວນຫຼາຍໄດ້ດຳເນີນຢູ່ບັນດາຖານທີ່ໝັ້ນທາງອາກາດຢູ່ເຢຍລະມັນ ແລະ ບັນດາປະເທດຄື: Czech, Estonia, Latvia.
NATO ດຳ​ເນີນ​ການຊ້ອມ​ຮົບ​ປ້ອງ​ກັນ​ອາ​ກາດ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ຢູ່ ເອີ​ລົບ - ảnh 1ພາບປະກອບ: TTXVN

ອົງການສົນທິສັນຍາອັກລັງຕິກເໜືອ (NATO) ຈະເລີ່ມດຳເນີນການຊ້ອມຮົບຜັນຂະຫຍາຍບັນດາກຳລັງກອງທັບອາກາດຢູ່ເອີລົບ ເຊິ່ງໄດ້ຮັບການຕີລາຄາວ່າມີຂອບຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງອົງການນີ້ ໃນວັນທີ 12 ມິຖຸນາ. ການຊ້ອມຮົບ “Air Defender 23” ຈະດຳເນີນເປັນເວລາ 10 ວັນດ້ວຍການເຂົ້າຮ່ວມຂອງເຮືອບິນການທະຫານ 220 ລຳທີ່ມາຈາກ 25 ປະເທດສະມາຊິກ ແລະ ບັນດາປະເທດຄູ່ຮ່ວມມື. ການຊ້ອມຮົບລວມມີບັນດາເນື້ອໃນຊ້ອມສູ້ຮົບ ແລະ ຍຸດທະວິ, ສ່ວນຫຼາຍໄດ້ດຳເນີນຢູ່ບັນດາຖານທີ່ໝັ້ນທາງອາກາດຢູ່ເຢຍລະມັນ ແລະ ບັນດາປະເທດຄື: Czech, Estonia, Latvia. ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ເຢຍລະມັນ Amy Gutmann ໃຫ້ຮູ້ວ່າ ການຊ້ອມຮົບແມ່ນເປັນພຽງການປ້ອງກັນ, ສ່ອງແສງໃຫ້ແກ່ຈິດໃຈສຳພັນທະມິດ ແລະ ກຳລັງແຮງຂອງ NATO ເທົ່ານັ້ນ. ໃນຂະນະນັ້ນ, ທ່ານພົນຕີ Michael Loh, ຜູ້ບັນຊາການກຳລັງພິທັກປ້ອງກັນອາກາດແຫ່ງຊາດ ອາເມລິກາ (ANG), ໃຫ້ຮູ້ວ່າ ຈຸດສຸມຂອງການຊ້ອມຮົບແມ່ນປັບປຸງການມີໜ້າທີ່ຍາວນານຂອງອາເມລິກາຢູ່ເອີລົບ ກໍ່ຄື ສະໜອງການຝືກແອບທີ່ມີຂອບຂະໜາດໃຫຍ່ກ່ວາເມື່ອທຽບກັບການຊ້ອມຮົບທີ່ເຄີຍມີມາກ່ອນຢູ່ທະວີບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ