NATO ຜັນ​ຂະ​ຫຍາຍ​ລະ​ບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາ​ກາດ Patriot ​ຢູ່ ສະ​ໂລ​ວາ​ກີ

(VOVWORLD) -ບັນດາກົມກອງທຳອິດຮັບຜິດຊອບການຜັນຂະຫຍາຍລະບົບລູກສອນໄຟປ້ອງກັນອາກາດ Patriot ຈາກບັນດາປະເທດຄູ່ຮ່ວມມືໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເລີ່ມເດີນທາງໄປຍັງ ສະໂລວາກີ. 
NATO ຜັນ​ຂະ​ຫຍາຍ​ລະ​ບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາ​ກາດ   Patriot ​ຢູ່ ສະ​ໂລ​ວາ​ກີ - ảnh 1ລະບົບລູກສອນໄຟ ປ້ອງກັນອາກາດ Patriot (ພາບ: Reuters)

ວັນທີ 20 ມີນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ  Jaroslav Nad ຢັ້ງຢືນວ່າ ບັນດາກົມກອງທຳອິດຮັບຜິດຊອບການຜັນຂະຫຍາຍລະບົບລູກສອນໄຟປ້ອງກັນອາກາດ Patriot ຈາກບັນດາປະເທດຄູ່ຮ່ວມມືໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເລີ່ມເດີນທາງໄປຍັງ ສະໂລວາກີ. ວຽກງານຜັນຂະຫຍາຍຈະດຳເນີນໃນຊຸມວັນຈະມາເຖິງ.

ລະບົບລູກສອນໄຟປ້ອງກັນອາກາດ Patriot ໂດຍພົນທະຫານ ເຢຍລະມັນ ແລະ ໂຮນລັງ ຄວບຄຸມບນຊາ. ໃນເບື້ອງຕົ້ນຈະຜັນຂະຫຍາຍຢູ່ສະໜາມບິນ Sliac ຢູ່ພາກກາງ ສະໂລວາກີ ເພື່ອແນໃສ່ປະກອບສ່ວນປັບປຸງກຳລັງຄວາມສາມາດໃນການປ້ອງກັນຕົວຢູ່ທາງທິດຕາເວັນອອກຂອງ NATO. ລະບົບດັ່ງກ່າວ ອາດຈະໄດ້ນຳໃຊ້ເພື່ອຕີສະກັດກັ້ນເຮືອບິນ, ເຮຣີກອບເຕີ, ລູກສອນໄຟນຳວິຖີ ແລະ ລູກສອນໄຟຄວາມໄວສູງເຖິງ 20 ກິໂລແມັດ ແລະ ຈາກໄລຍະຫ່າງ 60 ກິໂລແມັດ./   

ຕອບກັບ

ຂ່າວ/ບົດ​ອື່ນ