NATO ພວມ​ດຳ​ເນີນ​ວິ​ວັດ​ການ​ປ່ຽນຜ່ານ​ໂດຍ​ພື້ນ​ຖານ

(VOVWORLD) -ທ່ານ Jens Stoltenberg ຊີ້ແຈ້ງວ່າ ປັດຈຸບັນ NATO ມີພົນທະຫານ ປະມານ 40.000 ຄົນຢູ່ເຂດນີ້, ເພີ່ມຂຶ້ນທົບ 10 ເທົ່າເມື່ອທຽບໃສ່ກັບເວລາກ່ອນນັ້ນ 2 – 3 ເດືອນ, ແຕ່ ຈຳນວນນີ້ຈະສືບຕໍ່ເພີ່ມຂຶ້ນ. ການຕັດສິນສຸດທ້າຍຈະໄດ້ຮັບຮອງເອົາຜ່ານກອງປະຊຸມສຸດຍອດຂອງອົງການນີ້ຢູ່ Madrid (ປະເທດແອັດສະປາຍ) ໃນເດືອນມິຖຸນາຈະມາເຖິງ.



NATO ພວມ​ດຳ​ເນີນ​ວິ​ວັດ​ການ​ປ່ຽນຜ່ານ​ໂດຍ​ພື້ນ​ຖານ - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: TTXVN)

ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະເພີ່ມທະວີກຳລັງການທະຫານຂອງຕົນຢູ່ທາງທິດຕາເວັນອອກ ຄືສ່ວນໜຶ່ງຂອງວິວັດການສ້າງໂຄງປະກອບພັນທະມິດຄືນໃໝ່ໂດຍພື້ນຖານ. ນີ້ແມ່ນການຖະແຫຼງຂອງທ່ານເລຂາທິການໃຫຍ່ NATO Jens Stoltenberg ຍົກອອກມາເມື່ອຕອບສຳພາດຕໍ່ໜັງສືພິມ The Telegraph ຂອງອັງກິດໃນວັນທີ 9 ເມສາ.

ຕາມການນຳທ່ານນີ້ແລ້ວ, NATO ພວມ “ດຳເນີນວິວັດການປ່ຽນຜ່ານໂດຍພື້ນຖານທີ່ສຸດ” ແລະ ການສ້າງໂຄງປະກອບຄືນໃໝ່ ສຳຄັນນີ້ ຈະພາໄປເຖິງການປ່ຽນແປງການມີໜ້າທີ່ຂ້ອນຂ້າງໜ້ອຍຢູ່ທາງທິດຕາເວັນອອກໃນປັດຈຸບັນ ດ້ວຍບັນດາກຳລັງທີ່ແຂງແຮງກ່ວາ.

ທ່ານ Jens Stoltenberg ຊີ້ແຈ້ງວ່າ ປັດຈຸບັນ NATO ມີພົນທະຫານ ປະມານ 40.000 ຄົນຢູ່ເຂດນີ້, ເພີ່ມຂຶ້ນທົບ 10 ເທົ່າເມື່ອທຽບໃສ່ກັບເວລາກ່ອນນັ້ນ 2 – 3 ເດືອນ, ແຕ່ ຈຳນວນນີ້ຈະສືບຕໍ່ເພີ່ມຂຶ້ນ. ການຕັດສິນສຸດທ້າຍຈະໄດ້ຮັບຮອງເອົາຜ່ານກອງປະຊຸມສຸດຍອດຂອງອົງການນີ້ຢູ່ Madrid (ປະເທດແອັດສະປາຍ) ໃນເດືອນມິຖຸນາຈະມາເຖິງ.

ກ່ອນໜ້ານັ້ນ, ໃນວັ້ນທີ 24 ມີນາທີ່ຜ່ານມາ, ທ່ານເລຂາທິການໃຫຍ່ NATO ໄດ້ຖະແຫຼງວ່າ ສຳພັນທະມິດການທະຫານນີ້ ຈະເພີ່ມທະວີການມີໜ້າດ້ານການທະທານຢູ່ທາງທິດຕາເວັນອອກ ໃນສະພາບການຄວາມເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ຢູແກຼນ. NATO ຄາດວ່າ ຈະເພີ່ມທະວີກຳລັງປະຈຳຢູ່ຝັ່ງທະເລ, ດິນຕໍ່ແຜ່ນ ແລະ ທາງອາກາດ, ກໍ່ຄືປັບປຸງບລະບົບປ້ອງກັນ, ປ້ອງກັນອາກາດ ແລະ ຄວາມໝັ້ນຄົງທາງອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ