NATOອອກຖະແຫຼງສະໜັບສະໜູນລັດຖະບານຕວກກີ

NATOອອກຖະແຫຼງສະໜັບສະໜູນລັດຖະບານຕວກກີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ NATO Jens Stoltenberg
(ພາບ: REUTERS/ Francois Lenoir)

(vovworld) – NATO ​ໄດ້​ສະ​ແດງ​ຄວາມ​ສະໜັບ​ສະ​ໜູນ​ສຳລັບ​ລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan. ວັນ​ທີ 18/07, ​ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ​ກັບທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan, ທ່ານ​ເລຂາທິການ​ໃຫຍ່ NATO Jens Stoltenberg ຢືນຢັນ​ວ່າ: ບໍ່​ມີ​ບ່ອນ​ໃດ​ໃຫ້​ແກ່ການລັດຖະປະຫານ​ທະຫານ​ຢູ່​ປະ​ເທດ​ເປັນ​ສະມາຊິກ​ຂອງ NATO. ກ່ອນ​ໜ້າ​ນັ້ນ ວັນ​ທີ 16/07 ພາຍຫລັງ​ມີ​ຂ່າວ​ກ່ຽວ​ກັບ​ການ​ລັດຖະປະຫານ, ທ່ານ Jens Stoltenberg ຮຽກຮ້ອງ​ບັນດາ​ຝ່າຍຈົ່ງ​ລະ​ງັບ​​ໃຈ ​ແລະ ​ເຄົາລົບ​ລະບອບ​ການ​ເມືອງ​ ລັດຖະທຳ​ມະນູນ ປະຊາທິປະ​ໄຕ​ຂອງ ຕວກກີ. ທ່ານ Jens Stoltenberg ​ເນັ້ນ​ໜັກ​ວ່າ​: ຕວກກີ ​ແມ່ນ​ພັນທະ​ມິດສຳຄັນ​ຂອງ NATO.

ຂ່າວ/ບົດ​ອື່ນ