OECD ຕີ​ລາ​ຄາ​ສູງ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ​ຮ່ວມ​ ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ທີ່ການພົບປະ, ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ OECD ສົມທົບກັບ ຫວຽດນາມ ສຸມໃສ່ຜັນຂະຫຍາຍສອງຈຸດສຸມການຮ່ວມມືສຳຄັນ. 
OECD ຕີ​ລາ​ຄາ​ສູງ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານ​ຮ່ວມ​ ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ  ແລະ ທ່ານເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະພາ OECD (MCM) ປີ 2024 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 2 – 3 ພຶດສະພາ ຢູ່ນະຄອນຫຼວງ ປາຣີ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann.

ທີ່ການພົບປະ, ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ OECD ສົມທົບກັບ ຫວຽດນາມ ສຸມໃສ່ຜັນຂະຫຍາຍສອງຈຸດສຸມການຮ່ວມມືສຳຄັນ. ນັ້ນແມ່ນ, ສືບຕໍ່ໜູນຊ່ວຍປະຕິບັດ 15 ໂຄງການ ໃນແຜນການກະທຳ ຫວຽດນາມ - OECD ໄລຍະ 2022 – 2026. ພ້ອມທັງ, ເພີ່ມທະວີການພົວພັນຄູ່ຮ່ວມມືກ່ວາອີກ ບົນພື້ນຖານບົດບັນທຶກຊ່ວຍຈຳ (MOU) ຜ່ານບັນດາການຄົ້ນຄ້ວາ, ໄຈ້ແຍກ ກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ແລະ ສ້າງເງື່ອນໄຂ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາຄະນະວິຊາສະເພາະຂອງ OECD ຢ່າງເລິກເຊິ່ງກ່ວາອີກ.

ສ່ວນທ່ານ Mathias Cormann ໄດ້ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ໂຄງການ SEARP, ທ່ານ ຢັ້ງຢືນຖືເປັນສຳຄັນການພົວພັນ ຫວຽດນາມ - OECD, ທ່ານ ກໍ່ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະສົມທົບ,  ເປັນເຈົ້າການພ້ອມກັບ ຫວຽດນາມ ເລືອກ ບັນດາຄະນະວິຊາສະເພາະ ເພື່ອໜູນຊ່ວຍ ຫວຽດນາມ ກຳແໜ້ນ ແລະ ນຳໃຊ້ບັນດາທ່າອ່ຽງ ແລະ ມາດຕະການທົ່ວໂລກ ໃຫ້ແກ່ວິວັດທະນາການວາງແຜນກຳນົດນະໂຍບາຍພັດທະນາຢ່າງເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ