OIC ຮຽກຮ້ອງໃຫ້ມີມາດຕະການລວມເພື່ອສະກັດກັ້ນການກະທຳຈູດເຜົາຄຳພີ Koran ທີ່ສືບຕໍ່ເກີດຂຶ້ນ

(VOVWORLD) - OIC ລວມມີ 57 ປະເທດສະມາຊິກ ໄດ້ໂຮມປະຊຸມດ່ວນໃນວັນທີ 2 ກໍລະກົດ ທີ່ສຳນັກງານຢູ່ນະຄອນ Jeddah, ປະເທດ ອາຣັບບິ ຊາອຸດິ, ເພື່ອແນໃສ່ມີປະຕິກິລິຍາກ່ຽວກັບເຫດການດັ່ງກ່າວ.
OIC ຮຽກຮ້ອງໃຫ້ມີມາດຕະການລວມເພື່ອສະກັດກັ້ນການກະທຳຈູດເຜົາຄຳພີ Koran ທີ່ສືບຕໍ່ເກີດຂຶ້ນ - ảnh 1Salwan Momika ຈູດເຜົາຄຳພີ Koran ໃນວັນທີ 28/6
(ພາບ: EPA)

ວັນທີ 2 ກໍລະກົດ, ອົງການຮ່ວມມືອິດສະລາມ (OIC) ຮຽກຮ້ອງຕ້ອງມີບັນດາມາດຕະການລວມເພື່ອສະກັດກັ້ນກໍລະນີຈູດເຜົາຄຳພີ Koran ສືບຕໍ່ເກີດຂຶ້ນ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງພຽງ 4 ວັນທີ່ມີຄົນໜຶ່ງຈູດເຜົາຄຳພີ Koran ຢູ່ບໍລິເວນນອກໂບດ ອິດສະລາມ ໃຫຍ່ທີ່ສຸດຢູ່ນະຄອນຫຼວງ Stockholm (ປະເທດ ຊູແອັດ) ໃນວັນທີ 28 ມິຖຸນາ.

        OIC ລວມມີ 57 ປະເທດສະມາຊິກ ໄດ້ໂຮມປະຊຸມດ່ວນໃນວັນທີ 2 ກໍລະກົດ ທີ່ສຳນັກງານຢູ່ນະຄອນ Jeddah, ປະເທດ ອາຣັບບິ ຊາອຸດິ, ເພື່ອແນໃສ່ມີປະຕິກິລິຍາກ່ຽວກັບເຫດການດັ່ງກ່າວ. ຕາມແຈ້ງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, OIC ໄດ້ກະຕຸກຊຸກຍູ້ບັນດາປະເທດສະມາຊິກຈັດວາງບັນດາມາດຕະການລວມ ແລະ ເປັນເອກະພາບກັນເພື່ອສະກັດກັ້ນບັນດາການກະທຳທີ່ “ແຕະຕ້ອງ” ຄຳພີ Koran ທີ່ສືບຕໍ່ເກີດຂຶ້ນ. ທ່ານ Hissein Brahim Taha, ເລຂາທິການໃຫຍ່ OIC ເນັ້ນໜັກວ່າ: ຕ້ອງສົ່ງສານຈະແຈ້ງວ່າ ການກະທຳທີ່ “ແຕະຕ້ອງ” ຄຳພີ Koran ບໍ່ພຽງແຕ່ແມ່ນບັນຫາຂອງຊາວ ມຸດສະລິມ ເທົ່ານັ້ນ, ຫາກຍັງແມ່ນການກ່າວເຕືອນປະຊາຄົມສາກົນກ່ຽວກັບການນຳໃຊ້ກົດໝາຍສາກົນ, ໃນນັ້ນ ມີການເກືອດຫ້າມທຸກແຜນນະໂຍບາຍທີ່ກໍ່ຄວາມອາຄານບາດໝາງທາງສາສະໜາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ