OPEC ເຫັນດີເພີ່ມປະລິມານນ້ຳມັນ

(VOVWORLD) -ວັນທີ 22 ມິຖຸນາ, ອົງການຈັດຕັ້ງບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ເຫັນດີຈະເພີ່ມປະລິມານນ້ຳມັນດິບຕື່ມອີກ 1 ລ້ານຖັງ/ວັນ ນັບແຕ່ເດືອນ ກໍລະກົດ ຈະມາເຖິງ.
OPEC ເຫັນດີເພີ່ມປະລິມານນ້ຳມັນ - ảnh 1(ພາບປະກອບ: AFP/TTXVN)

ທ່ານລັດຖະມົນຕີກະຊວງນ້ຳມັນຊະອຸດີ ອາຣາເບຍ Khaled Al Faleh ຢືນຢັນວ່າ, ບັນດາຝ່າຍໄດ້ເຫັນດີກັບຕົວເລກ 1 ລ້ານຖັງ ເຊິ່ງຊະອຸດີ ອາຣາເບຍ ສະເໜີ, ເມື່ອຖືວ່າ ເຖິງເວລາແລ້ວຕ້ອງເພີ່ມປະລິມານນ້ຳມັນ ຂຶ້ນເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນ ແລະ ເພື່ອຫຼຸດຜ່ອນບັນດາປະເທດຈຳໜ່າຍຕົ້ນຕໍໃນໂລກຄື: ອາເມລິກາ, ຈີນ ແລະ ອິນເດຍ. ບັນດາປະເທດດັ່ງກ່າວຍາມໃດກໍ່ຖືວ່າ ເລື່ອງ OPEC ຕົກລົງຫຼຸດປະລິມານນຳມັນລົງນັບແຕ່ເດືອນມັງກອນ 2017 ໄດ້ເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນສູງໃນໄລຍະຍາວ.

      ຂໍ້ສະເໜີເພີ່ມປະລິມານນ້ຳມັນ ໄດ້ຮັບຄວາມເຫັນດີສະໜັບສະໜູນຈາກບັນດາປະເທດ OPEC ເກືອບທັງໝົດ ເວັ້ນເສຍແຕ່ອີຣານ, ເຊິ່ງແມ່ນປະເທດທີ່ພວມປະເຊີນໜ້າກັບບັນດາຄຳສັ່ງລົງໂທດດ້ານເສດຖະກິດຂອງອາເມລິກາ, ໃນນັ້ນນັບທັງບັນດາມາດຕະການແນໃສ່ການເຄື່ອນໄຫວສົ່ງອອກນ້ຳມັນຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ