SEA GAMES 32: ຄູຝຶກ Philippe Troussier ເຕົ້າໂຮມນັກກິລາ 41 ຄົນໃຫ້ທິມຊາດບານເຕະ U23 ຫວຽດນາມ

(VOVWORLD) -SEA GAMES ແມ່ນງານແຂ່ງຂັນນອນໃນຂັ້ນຕອນມຸ່ງໄປເຖິງເປົ້າໝາຍ World Cup 2026.
SEA GAMES 32: ຄູຝຶກ Philippe Troussier ເຕົ້າໂຮມນັກກິລາ 41 ຄົນໃຫ້ທິມຊາດບານເຕະ U23 ຫວຽດນາມ - ảnh 1ຄູຝຶກ Philippe Troussier ຂອງທິມຊາດບານເຕະ ຫວຽດນາມ
(ພາບ: TTXVN)

        ວັນທີ 27 ກຸມພາ, ຄູຝຶກ Philippe Troussier ຂອງທິມຊາດບານເຕະ ຫວຽດນາມ ໄດ້ປະກາດບັນຊີລາຍຊື່ນັກກິລາບານເຕະ 41 ຄົນຂອງທິມ U23 ຫວຽດນາມ ເຕົ້າໂຮມຄັ້ງທີ 1 ເພື່ອກະກຽມໃຫ້ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA GAMES) 32 ເຊິ່ງຈະຈັດຂຶ້ນໃນເດືອນ ພຶດສະພາ, ຢູ່ ກຳປູເຈຍ. ວັນທີ 01 ມີນາ ຈະມາເຖິງ, ທິມບານເຕະ U23 ຫວຽດນາມ ຈະໄດ້ເຕົ້າໂຮມຄັ້ງທຳອິດເພື່ອກະກຽມໃຫ້ໜ້າທີ່ໃນປີນີ້.

        ຕາມແຜນການ, ວິວັດການຝຶກຊ້ອມຂອງ U23 ຫວຽດນາມ ໃນເດືອນ ມີນາ ຈະມາເຖິງ ຈະໄດ້ແບ່ງເປັນ 4 ໄລຍະ ແລະ ຈຳນວນນັກກິລາຈະຄ່ອຍຖອດອອກ. ຄູຝຶກ Philippe Troussier ຢືນຢັນວ່າ: “SEA GAMES ແມ່ນງານແຂ່ງຂັນນອນໃນຂັ້ນຕອນມຸ່ງໄປເຖິງເປົ້າໝາຍ World Cup 2026. ເປົ້າໝາຍຢູ່ SEA GAMES ຂອງ U23 ຫວຽດນາມ ແມ່ນຄວ້າໄດ້ຫຼຽນຄຳ”.

ຕອບກັບ

ຂ່າວ/ບົດ​ອື່ນ