Siemens ຮ່ວມມືກັບ ຫວຽດນາມ ໃນການພັດທະນາການປະຕິວັດອຸດສາຫະກຳຄັ້ງທີ 4

(VOVWORLD) - ທີ່ການຕ້ອນຮັບທ່ານ Joe Kaeser ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Siemens ປະເທດ ເຢຍລະມັນ, ວັນທີ 24 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍເລື່ອງ Siemens ຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດ
Siemens ຮ່ວມມືກັບ ຫວຽດນາມ ໃນການພັດທະນາການປະຕິວັດອຸດສາຫະກຳຄັ້ງທີ 4 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Joe Kaeser ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Siemens (ພາບ: ຫວຽດນາມ+)

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ຫວຽດນາມ ມີພົນລະເມືອງກ່ວາ 90 ລ້ານຄົນ, ເປັນປະຕູເຂົ້າຕະຫລາດ ອາຊຽນ; ພ້ອມກັນນັ້ນ ມາຮອດປະຈຸບັນ ຫວຽດນາມ ໄດ້ລົງນາມໃນສົນທິສັນຍາການຄ້າເສລີ (FTA) 12 ສະບັບກັບບັນດາຄູ່ຮ່ວມມືໃຫຍ່ໃນໂລກ ແລະ ພວມສືບຕໍ່ເຈລະຈາ FTA 4 ສະບັບຕື່ມອີກ. ເພາະສະນັ້ນ ເມື່ອໄດ້ສຳຜັດກັບຕະຫລາດ ຫວຽດນາມ ແລ້ວ Siemens ສາມາດສຳຜັດກັບຕະຫລາດກ້ວາງຂວາງກ່ວາ. ທ່ານນາຍົກລັດຖະມົນຕີປາດຖະໜາຢາກໃຫ້ Siemens ຮ່ວມມືກັບ ຫວຽດນາມ ຢ່າງຮອບດ້ານກ່ວາ, ບໍ່ພຽງແຕ່ໃນຂົງເຂດການບໍລິການເທົ່ານັ້ນ ຫາກຍັງນັບທັງການຜະລິດ, ການລົງທຶນ ໃນບັນດາຂົງເຂດຊຶ່ງ ຫວຽດນາມ ມີວົງເງິນການຄ້າສົ່ງອອກສູງອີກດ້ວຍ. ສ່ວນທ່ານ Joe Kaeser ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Siemens ສະແດງຄວາມປາດຖະໜາວ່າ ສືບຕໍ່ຮ່ວມມືກັບ ຫວຽດນາມ  ເພື່ອນຳກະແສຟອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ພັດທະນາຢູ່ ຫວຽດນາມ. ພ້ອມກັນນັ້ນ Siemens ພ້ອມແລ້ວທີ່ຈະໜູນຊ່ວຍການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ ກໍ່ຄືຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ…

ຕອບກັບ

ຂ່າວ/ບົດ​ອື່ນ