SOM 3- APEC 2017: ຊຸກຍູ້ວິສາຫະກິດ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics

(VOVWORLD) -ວັນທີ 26 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດຂະໜາດກາງ ແລະ ນ້ອຍໃນລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics
SOM 3- APEC 2017: ຊຸກຍູ້ວິສາຫະກິດ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics - ảnh 1ກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດຂະໜາດກາງ ແລະ ນ້ອຍໃນລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics

ວັນທີ 26 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໃນຂອບເຂດກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ SOM 3  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງເວທີປາໄສເສດຖະກິດອາຊີປາຊີຟິກ APEC 2017 , ຄະນະກຳມະການການຄ້າ ແລະ ການລົງທຶນ APEC ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດຂະໜາດກາງ ແລະ ນ້ອຍໃນລະບົບສະໜອງທົ່ວໂລກ ກ່ຽວກັບການບໍລິການ Logistics. ບັນດາຜູ້ແທນຫວຽດນາມໄດ້ແບ່ງປັນກ່ຽວກັບສະພາບການຂອງຂະແໜງ Logistics, ຊອກຮູ້ບົດຮຽນຈາກພື້ນຖານເສດຖະກິດອື່ນໆ, ຈາກນັ້ນ, ມີຕື່ມບັນດາມາດຕະການແກ້ໄຂລະອຽດເພື່ອຊຸກຍູ້ການພັດທະນາຂະແໜງ Logistic. ທ່ານ ເຈີນຈີ້ຢູງ ຜູ້ອຳນວຍການບໍລິສັດ ຈີທຶກບໍລິການ, ສະມາຊິກໃນຄະນະບຳລຸງສ້າງຂອງສະຫະສະມາຄົມວິສາຫະກິດ Logistics ຫວຽດນາມ ໃຫ້ຮູ້ວ່າ : 

     “ ເພື່ອໃຫ້ບັນດາວິສາຫະກິດສາມາດເຂົ້າໃຈ ແລະ ສຳພັດກັບໂຄງການນີ້, ກໍຕ້ອງມີບັນດາການເຄື່ອນໄຫວທີ່ແຕກຕ່າງກັນ. ແບ່ງອອກເປັນກຸ່ມ, ຄືທາງລັດຕ້ອງການນະໂຍບາຍໃໝ່, ມີຄ່າໃຊ້ຈ່າຍເພື່ອໃຫ້ບັນດາອົງການແຫ່ງລັດສົ່ງເສີມບັນດາການເຄື່ອນໄຫວຜັນຂະຫຍາຍດຶງດູດວິສາຫະກິດເຂົ້າຮ່ວມ.  ”

ຕອບກັບ

ຂ່າວ/ບົດ​ອື່ນ