Startup ຫວຽດນາມ ຮຽກຮ້ອງໄດ້ແຫຼ່ງທຶນ 4,5 ລ້ານ USD ຈາກນັກລົງທຶນສ.ເກົາຫຼີໃຫ້ສຳເລັດ

(VOVWORLD) -Star-up ກ່ຽວກັບການຈອງຫ້ອງ Luxstay, ເຊິ່ງເປັນພື້ນຖານການແບ່ງປັນເຮືອນພັກອາໄສຢູ່ຫວຽດນາມ, ຫາກໍ່ປະກາດສຳເລັດການຮຽກຮ້ອງແຫຼ່ງທຶນ Bridge ດ້ວຍການເຂົ້າຮ່ວມຂອງ 2 ນັກລົງທຶນໃໝ່ ທີ່ມາຈາກສ.ເກົາຫຼີ

ເຊິ່ງແມ່ນ GS Home Shopping (GS Shop) ແລະ Bon Angels. ການແລກປ່ຽນການຄ້າທີ່ມີມູນຄ່າ 4,5 ລ້ານ USD ນີ້ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາບ້ວງທຶນໄລຍະຕົ້ນ “ຫຼາຍທີ່ສຸດ” ທີ່ສະຫງວນໃຫ້ການ startup ເຕັກໂນໂລຊີຫວຽດນາມ.

        Luxstay ໄດ້ວາງອອກຄາດໝາຍບັນລຸລາຍຮັບກວ່າ 300 ລ້ານ USD ໃນປີ 2023, ກວມເອົາອັດຕາ 30% ໃນທ້ອງຕະຫຼາດ. ໂດຍເລີ່ມເຄືຶ່ອນໄຫວນັບແຕ່ປີ 2017, Luxstay ແມ່ນພື້ນຖານການແບ່ງປັນເຮືອນພັກອາໄສ (home - sharing) ຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຕັ້ງສຳນັກງານ ແລະ ເຄື່ອນໄຫວຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ