Sudan: ທະຫານແຕກທັບ ຢຶດຄອງຖານທີ່ໝັ້ນການທະຫານຢູ່ ລັດຜະລິດນ້ຳມັນ

Sudan: ທະຫານແຕກທັບ ຢຶດຄອງຖານທີ່ໝັ້ນການທະຫານຢູ່ ລັດຜະລິດນ້ຳມັນ - ảnh 1
ທະຫານແຕກທັບ SPLM – N
(ພາບ:Reuters)

 (vovworld) - ວັນ​ທີ 16/4, ບັນດາ​ທະຫານ​ແຕກ​ທັບ​ທີ່​ສັງກັດ “ຂະ​ບວນການ​ປົດ​ປ່ອຍປະ​ຊາ​ຊົນ Sudan ​ເໜືອ” (ຫຼື SPLM – N) ຢູ່ Kordofan ​ໃຕ້, ​ເຊິ່ງ​ແມ່ນ​ລັດ​ຜະລິດ​ນ້ຳມັນ​ຂອງ Sudan ຕິດ​ກັບ​ຊາຍ​ແດນ​ Sudan ​ໃຕ້, ຖະ​ແຫຼ​ງວ່າ​ເຂົາ​ເຈ​ົ້າຍາດ​ໄດ້​ສິດ​ຄວບ​ຄຸມ​ຖານ​ທີ່​ໝັ້ນ​ກາ​ນທະຫານ​ແຫ່ງ​ໜຶ່ງ​ທີ່​ຕິດ​ກັບ​ເມືອງ​ເອກ​ຂອງ​ລັດ​ນີ້. ​ການ​ກະທຳດັ່ງກ່າວ​ອາດ​ສາມາດ​ສົ່ງ​ຜົນ​ຮ້າຍ​ເຖິງ​ການ​ພົວພັນລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ຄຽງ Sudan ​ແລະ Sudan ​ໃຕ້​ນີ້.  ​ໂຄ​ສົກ​ຂອງ “ຂະ​ບວນການ​ປອດ​ປ່ອຍປະ​ຊາ​ຊົນ Sudan ​ເໜືອ”  ຢູ່​ບັນດາ​ລັດພາກ​ເໜືອ Kordofan ​ແລະ Nin ຂຽວ ​ໃຫ້​ຮູ້​ວ່າ: ກຳລັງ​ນີ້​ໄດ້​ຍາດ​ສິດ​ຄວບ​ຄຸມ​ຖານ​ທີ່​ໝັ້ນ​ຂອງ​ທະຫານຢູ່​ເຂດ Ghandur, ທີ່ຫ່າງ​ຈາກ​ເມືອງ​ເອກໄປ​ທາງ​ທິດ​ຕາ​ເວັນ​ອອກຂອງ Kordofan ​​​ໃຕ້ 18 ກມ, ​ໄດ້​ຍິງ​ທະຫານ​ລັດຖະບານ 13 ຄົນ​ຕາຍ ​ແລະ ຍາດ​ເອົາ​ອາວຸດ ​ແລະ ລູກກະ​ສູນ​ຢ່າງ​ຫຼວງຫຼາຍ. ກໍ່ຕາມໂຄສົກຜູ້ນີ້, “ຂະ​ບວນການ​ປອດ​ປ່ອຍປະ​ຊາ​ຊົນ Sudan ​ເໜືອ” ຖະແຫຼງວ່າ: ເມືອງເອກ Kadugli ກາຍ​ເປັນ “​ເປົ້າໝາຍ​ການ​ທະຫານ” ​ແລະ ກ່ອນ​ໜ້າ​ນັ້ນ​ໄດ້​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ອົບ​ພະຍົບອອກ​ຈາກ​​ເຂດ​ນີ້.

 

ຂ່າວ/ບົດ​ອື່ນ