Techfest ຫາຍຟ່ອງ 2023: ແນະນຳເກືອບ 500 ເຕັກໂນໂລຊີ, ມາດຕະການນະວັດຕະກຳຂອງ 6 ປະເທດ

(VOVWORLD) - ງານ Techfest ຫາຍຟ່ອງ 2023 ຈັດຂຶ້ນໃນລະຫວ່າງວັນທີ 18 – 21 ກັນຍາ ດ້ວຍຫຼາຍເຫດການ, ການເຄື່ອນໄຫວ. ນອກຈາກນັ້ນ, ໃນງານນີ້ໄດ້ຈັດງານວາງສະແດງດ້ວຍຮ້ານວາງສະແດງ 50 ຮ້ານ, ແນະນຳບັນດາຜະລິດຕະພັນ OCOP...
Techfest ຫາຍຟ່ອງ 2023: ແນະນຳເກືອບ 500 ເຕັກໂນໂລຊີ, ມາດຕະການນະວັດຕະກຳຂອງ 6 ປະເທດ - ảnh 1ບັນດາຜູ້ແທນທີ່ພິທີໄຂ
(ພາບ:haiphong.gov.vn)

ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫາຍຟ່ອງ, ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຈັດພິທີໄຂ Techfest ຫາຍຟ່ອງ 2023 ດ້ວຍຫົວຂໍ້ວ່າ “ຫາຍຟ່ອງ - ນະຄອນນະວັດຕະກຳ - ເພີ່ມຄວາມໄວ ແລະ ສະຫວ່າງສະໄຫວ”. ເຫດການໄດ້ເຕົ້າໂຮມບັນດານັກຄຸ້ມຄອງ, ນັກຊ່ຽວຊານ ແລະ ວິສາຫະກິດແຖວໜ້າຢູ່ພາຍໃນປະເທດ ແລະ ສາກົນ ກ່ຽວກັບຂົງເຂດນະວັດຕະກຳ.

        ງານ Techfest ຫາຍຟ່ອງ 2023 ຈັດຂຶ້ນໃນລະຫວ່າງວັນທີ 18 – 21 ກັນຍາ ດ້ວຍຫຼາຍເຫດການ, ການເຄື່ອນໄຫວ. ນອກຈາກນັ້ນ, ໃນງານນີ້ໄດ້ຈັດງານວາງສະແດງດ້ວຍຮ້ານວາງສະແດງ 50 ຮ້ານ, ແນະນຳບັນດາຜະລິດຕະພັນ OCOP ແລະ ຜະລິດຕະພັນຫຼັກແຫຼ່ງຂອງທ້ອງຖິ່ນ; ວາງສະແດງ, ເຊື່ອມຕໍ່, ແນະນຳບັນດາຜະລິດຕະພັນເຕັກໂນໂລຊີ ຂອງ 6 ປະເທດ ດ້ວຍກ່ວາ 60 ຮ້ານວາງສະແດງ, ເກືອບ 500 ເຕັກໂນໂລຊີ, ມາດຕະການນະວັດຕະກຳ… ທ່ານ ຮ່ວາງມິງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຫາຍຟ່ອງ, ໃຫ້ຮູ້ວ່າ:

        “Techfest ຫາຍຟ່ອງ 2023 ໄດ້ຮັບຄວາມລໍຄອຍຈະຊຸກຍູ້ບັນດາມາດຕະການນະວັດຕະກຳໃນຂົງເຂດຫັນກະສິກຳເປັນເຕັກໂນໂລຊີດີຈີຕອນ, ຫັນບໍລິການທ່ອງທ່ຽວ ແລະ ອາຫານການກິນເປັນອັດຕະໂນມັດ; ເສີມຂະຫຍາຍບັນດາພື້ນຖານການຄ້າເອເລັກໂຕນິກ ແລະ ຮູບແບບດຳເນີນທຸລະກິດໃໝ່ເພື່ອໜູນຊ່ວຍການສຳຜັດຕະຫຼາດ, ສ້າງບາດກ້າວບຸກທະລຸໃນການຫັນການຜະລິດບັນດາຜະລິດຕະພັນທ້ອງຖິ່ນຂອງນະຄອນ ເປັນສິນຄ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ