UAE ແລະ ອິດສະຣາແອນ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງສອງປະເທດ

(VOVWORLD) - ສັນຍາການຄ້າເສລີ (FTA) ສະບັບນີ້ໄດ້ອະນຸຍາດໃຫ້ຍົກເລິກພາສີອາກອນສຳລັບ 96% ບັນດາຜະລິດຕະພັນສິນຄ້າທີ່ໄດ້ແລກປ່ຽນ, ຊື້ຂາຍລະຫວ່າງສອງປະເທດ...
UAE ແລະ ອິດສະຣາແອນ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງສອງປະເທດ - ảnh 1ຜູ້ຕາງໜ້າ UAE ແລະ ອິດສະຣາແອນ ລົງນາມສັນຍາຄູ່ຮ່ວມມືຮອບດ້ານສອງຝ່າຍໃນເດືອນ ພຶດສະພາ ທີ່ຜ່ານມາ
(ພາບ:Reuters)

ວັນທີ 11 ທັນວາ, ຕາມທ່ານ Thani Al Zeyoudi, ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດຂອງບັນດາປະເທດ ອາຣັບເອມີເລັດ (UAE) ໄດ້ປະກາດວ່າ: ລັດຖະບານ UAE ແລະ ອິດສະຣາແອນ ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງສອງປະເທດ.

        ສັນຍາການຄ້າເສລີ (FTA) ສະບັບນີ້ໄດ້ອະນຸຍາດໃຫ້ຍົກເລິກພາສີອາກອນສຳລັບ 96% ບັນດາຜະລິດຕະພັນສິນຄ້າທີ່ໄດ້ແລກປ່ຽນ, ຊື້ຂາຍລະຫວ່າງສອງປະເທດ, ເຊິ່ງລວມມີ: ທັນຍາຫານ, ອາຫານ, ຜະລິດຕະພັນກະເສດ, ເຄື່ອງສຳອາງ, ອຸປະກອນການແພດ ແລະ ຢຸກຢາ. ໃນຈຳນວນສິນຄ້າດັ່ງກ່າວ, ມີບາງຜະລິດຕະພັນຈະໄດ້ຍົກເວັ້ນພາສີອາກອນໃນທັນທີ, ໃນຂະນະທີ່ບາງຜະລິດຕະພັນອື່ນໆຈະໄດ້ຫລຸດຜ່ອນພາສີຕາມຂັ້ນຕອນ (ເປັນຕົ້ນແມ່ນສິນຄ້າອຸດສາຫະກຳ). ສັນຍາສະບັບນີ້ຈະຊຸກຍູ້ການຄ້າລະຫວ່າງສອງປະເທດໃນຂະນະທີ່ມີຫຼາຍກາລະໂອກາດໃນຂົງເຂດຕົ້ນຕໍ, ຄື: ອຸດສາຫະກຳທັນສະໄໝ, ພະລັງງານທົດແທນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ