UNESCO ກ່າວເຕືອນວ່າ 50% ພາສາຢູ່ໃນໂລກ ມີໄພສູນຫາຍໄປ

UNESCO ກ່າວເຕືອນວ່າ 50% ພາສາຢູ່ໃນໂລກ ມີໄພສູນຫາຍໄປ  - ảnh 1
( ທ່ານ​ນາງ Irina Bokova )

(vovworld) - ຜູ້ອຳນວຍການ​ໃຫຍ່ UNESCO ທ່ານ​ນາງ Irina Bokova ກ່າວ​ເຕືອນວ່າ 50% ​ໃນຈຳນວນ 6700 ພາສາ​ຢູ່​ໃນ​ໂລກ ອາດຈະຖືກ​ສູນຫາຍ​ໄປ ໃນທ້າຍສະຕະວັດນີ້. ທ່ານ​ນາງ Irina Bokova ເນັ້ນໜັກວ່າ ກ່ຽວກັບ ທາງດ້ານທາດແທ້, ພາສາກໍ່ມີຄວາມສຳຄັນຄືຊີວະນາໆພັນ. ການຮັບປະກັນໃຫ້ ຊາວຊົນເຜົ່າສ່ວນໜ້ອຍໄດ້ຮຽນພາສາແມ່ນັບແຕ່ເວລາຍັງນ້ອຍຈະເປັນການ ເພີ່ມທະວີຄວາມຍຸຕິທຳ, UNESCO ໄດ້ສ້າງແຜນທີ່ເອເລັກໂຕນິກກ່ຽວກັບ ບັນດາພາສາຢູ່ໃນທົ່ວໂລກ, ໃນນັ້ນມີກວ່າ 2500 ພາສາ ແມ່ນມີໄພຈະສູນຫາຍໄປ. ຜູ້ອຳນວຍການ​ໃຫຍ່ UNESCO ທ່ານ​ນາງ Irina Bokova ຢືນຢັນວ່າ, ລັກສະນະຫຼາຍຮູບຫຼາຍແບບຂອງພາສາກໍ່ແມ່ນມໍລະດົກຂອງມວນມະນຸດ, ແຕ່ມັນພັດມີໄພຖືກສູນຫາຍໄປ, ເມື່ອພາສາຖືກສູນຫາຍໄປຈະເຮັດໃຫ້ລັກສະນະ ວັດທະນະທຳມະນຸດຖືກຫຼຸກລົງ, ບໍ່ຮັບປະກັນສິດໄດ້ຟັງ, ໄດ້ຮຽນ, ແລະ ໄດ້ຮັບຂ່າວຄາວຂອງມະນຸດ. ພາສາແມ່ນມະນຸດ ແລະ ການຮັກສາພາສາ ກໍ່ແມ່ນການປ້ອງກັນມະນຸດ.

ຂ່າວ/ບົດ​ອື່ນ