UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ

(VOVWORLD) -ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ: ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ລວມຂອງປະຊາຊົນ ຫວຽດນາມ.
UNESCO ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກ້າວ​ໜ້າ​ໃນ​ໂລກ - ảnh 1ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ

ໂດຍຕອບສຳພາດຕໍ່ນັກຂ່າວເນື່ອງໃນເຫດການອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ອອກມະຕິວ່າດ້ວຍການເຊີດຊູປະທານໂຮ່ຈີມິນ, ເນື່ອງໃນເຫດການ: “ໂຮ່ຈີມິນ: ບຸກຄົນເພື່ອສັນຕິພາບ, ນັກວັດທະນະທຳທີ່ດີເລີດ” ຢູ່ປາຣີ, ປະເທດຝລັ່ງ, ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ: ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ລວມຂອງປະຊາຊົນ ຫວຽດນາມ ແລະ ໂລກ, ພ້ອມທັງເຊີດຊູ, ຍົກສູງອຸດົມການອັນສູງສົ່ງ, ສີສັນວັດທະນະທຳ ແລະ ຄວາມຄາດຫວັງຂອງເພິ່ນ ແລະ ຂອງຊາດ ຫວຽດນາມ ກ່ຽວກັບໂລກ ແຫ່ງສັນຕິພາບ, ສະເໝີພາບ ແລະ ມີຄວາມຜາສຸກ. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ບັນດາຄຸນຄ່າ, ມໍລະດົກ, ແນວຄິດຂອງປະທານໂຮ່ຈີມິນ ມີລັກສະນະລວບລວມ, ຂ້າມຜ່ານຍຸກສະໄໝ, ແມ່ນບັນດາບັນຫາເຊິ່ງ ຫວຽດນາມ ແລະ ມວນມະນຸດພວມມານະພະຍາຍາມປົກປ້ອງ ແລະ ເດີນຕາມ. ບັນດາແນວຄິດຂອງເພິ່ນກ່ຽວກັບວັດທະນະທຳ, ການສຶກສາ ກໍ່ແມ່ນພາລະກຳເຊິ່ງ UNESCO ພວມຊຸກຍູ້ຄື: ຖືເປັນສຳຄັນດ້ານວັດທະນະທຳຫຼາກຫຼາຍສີສັນ, ຂ້າສັດຕູໂງຈ້າ ຕິດພັນກັບການລົບລ້າງໄພກືກໜັງສື, ຮ່ຳຮຽນຕະຫຼອດຊີວິດຕິດກັບການການສຶກສາທົ່ວໂລກ, ປູກຕົ້ນໄມ້ປົກປັກຮັກສາສິ່ງແວດລ້ອມ… ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ