UNICEF: ເຊື້ອພະຍາດໂຄວິດ-19 ນາບຂູ່ຕໍ່ບັນດາລາຍການສັກຢາກັນພະຍາດຢູ່ພາກພື້ນປາຊີຟິກ

(VOVWORLD) - ວັນທີ 14 ກັນຍາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ກ່າວເຕືອນວ່າ ໂລກລະບາດໂຄວິດ-19 ພວມນາບຂູ່ຕໍ່ບັນດາລາຍການສັກຢາກັນພະຍາດປະຈຳໄລຍະໃຫ້ເດັກນ້ອຍຢູ່ Fiji ແລະ ຢູ່ຫລາຍພາກພື້ນອື່ນໃນປາຊີຟິກ. 
UNICEF: ເຊື້ອພະຍາດໂຄວິດ-19 ນາບຂູ່ຕໍ່ບັນດາລາຍການສັກຢາກັນພະຍາດຢູ່ພາກພື້ນປາຊີຟິກ - ảnh 1ເດັກນ້ອຍສັກຢາກັນພະຍາດຢູ່ແຂວງ ກາວບັງ (ພາບ: WHO ຫວຽດນາມ)

  UNICEF ໃຫ້ຮູ້ວ່າ: ອັດຕາສ່ວນເດັກນ້ອຍໄດ້ຮັບການສັກຢາກັນພະຍາດມີທ່າອ່ຽງຫລຸດລົງ ເມື່ອໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ ອາດຈະພາໄປເຖິງຈຳນວນເດັກນ້ອຍເປັນພະຍາດຢູ່ພາກພື້ນປາຊີຟິກ ອາດຈະເພີ່ມຂຶ້ນ. ທ່ານ Sheldon Yett, ຫົວໜ້າຜູ້ຕາງໜ້າ UNICEF ພາກພື້ນປາຊີຟິກ ຖືວ່າ ສະພາບການຂາດວັກຂາດຕອນບັນດາການບໍລິການເບິ່ງແຍງດູແລສາທາລະນະສຸກໃນສະພາບການໂລກລະບາດໂຄວິດ-19 ກໍ່ຂຶ້ນ ອາດຈະເຮັດໃຫ້ອັດຕາເດັກນ້ອຍເສຍຊີວິດເພີ່ມຂຶ້ນ ເມື່ອແມ່ຂອງເດັກມີຄວາມວິຕົກກັງວົນກ່ຽວກັບໂລກລະບາດໂຄວິດ-19, ບໍ່ຢາກພາເດັກໄປສັກຢາກັນພະຍາດ.  

UNICEF: ເຊື້ອພະຍາດໂຄວິດ-19 ນາບຂູ່ຕໍ່ບັນດາລາຍການສັກຢາກັນພະຍາດຢູ່ພາກພື້ນປາຊີຟິກ - ảnh 2ໂປແກຼມຕິດຕາມຫາໄວຣັດ SARS-CoV-2 ຂອງເຢຍລະມັນ (ພາບ: AFP) 

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, 6 ປະເທດສະຫະພາບເອີຣົບ (ອີຢູ) ລວມມີ: ສ.ເຊັກໂກ, ແດນມາກ, ເຢຍລະມັນ, ອຽກລັງ, ອີຕາລີ ແລະ ລັດເວຍ ເລີ່ມຕົ້ນທົດລອງເຕັກໂນໂລຊີເຊື່ອມຕໍ່ບັນດາໂປແກຼມຕິດຕາມຫາໄວຣັດ SARS-CoV-2 ໃນທົ່ວເອີຣົບ ໃນສະພາບການ “ອີຢູ” ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຂອງໂລກລະບາດໂຄວິດ-19 ຮອບທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ