USAID ອຸປະຖຳໂຄງການຫຼຸດຜ່ອນຄວາມເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນຍ້ອນໂລກໄຂ້ຫວັດສັດປີກ

USAID ອຸປະຖຳໂຄງການຫຼຸດຜ່ອນຄວາມເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນຍ້ອນໂລກໄຂ້ຫວັດສັດປີກ - ảnh 1
(ພາບປະກອບ)

(vovworld)- ​ໂຄງການ “ ​ເພີ່ມ​ທະວີ​ຄວາມ​ສາມາດ​ນຳ​ໃຊ້​ວິທີ​ເພື່ອ​ສຸຂະພາບ​ຢູ່​ຫວຽດນາມ” ທີ່​ມີ​ມູນ​ຄ່າ 800.000 USD ​ໂດຍ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ USAID ອຸປະຖຳ ຈະ​ຖືກ​ຜັນ​ຂະຫຍາຍ​ນ​ແຕ່​ນີ້​ຫາ​ເດືອນ 9/2015 ​ໂດຍ​ມີ​ການ​ສົມທົບ​ຂອງ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ກະຊວງ​ສາທາລະນະ​ສຸກ. ຈຸດປະສົງ​ຂອງ​ໂຄງການ​ແມ່ນ​ປະກອບສ່ວນ​ຫຼຸດຜ່ອນ​ຄວາມ​ເປັນ​ອັນຕະ ລາຍ​ຕໍ່ສຸຂະພາບ​ຂອງ​ປະຊາຊົນ​ຍ້ອນ​ໂລກໄຂ້ຫວັດ​ສັດ​ປີກ, ​ໂລກລະບາດ ​ແລະ ພະຍາດ​ຕິດ​ແປດ​ຕ່າງໆ​ໂດຍ​ຜ່ານ​ການການນຳ​ໃຊ້​ວິທີ​ເພື່ອ​ສຸຂະພາບ​ຢູ່​ຫວຽດ ນາມ. ​ໂຄງການ​ນີ້​ຈະ​ປະກອບສ່ວນ​ສ້າງ​ກົນ​ໄກ​ສົມທົບ ​ແລະ ປົວ​ແປງ​ການ​ຮັບ​ມື​ກັບ​ໂລກ​ໄຂ້ຫວັດ​ສັດ​ປີກ, ​ໂລກລະບາດ ​ແລະ ພະຍາດ​ຕິດ​ແປດ​ຕ່າງໆ​, ພ້ອມ​ທັງ​ເພີ່ມ​ທະວີ​ການ​ສົນທະນາ​ນະ​ໂຍບາຍ​ລະດັບ​ຊາດ ​ແລະ ກົນ​ໄກ​ແບ່ງປັນ​ຄວາມ​ຮູ້​ຢູ່​ຫວຽດນາມ​ກໍ​ຄື​ໃນ​ເຄື​ອຂ່າຍພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ